ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໂອ້ລົມພະນັກງານຫຼັກແຫຼ່ງ
ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ
ວັນທີ 21 ທັນວາ 2022 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ
ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງບໍລິຄຳໄຊ, ໂດຍການຕ້ອນຮັບຂອງ ສະຫາຍ
ພົນຈັດຕະ
ວາ ຈວງຈັນ ລາດຊະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍລິຄຳໄຊ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ພະແນກການ
ຕະຫຼອດຮອດ
ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງພາລະບົດ ບາດສິດໜ້າທີ່ຄວາມຮັບຜິດຊອບ, ການເຄື່ອນໄຫວໜ້າທີ່ການເມືອງຂອງກົມກອງ. ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ຖືເອົາການສຶກ ສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນສຳຄັນ, ຄຽງຄູ່ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກ ດ້ວຍຄວາມຮັບຜິດຊອບສູງ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕິດພັນກັບອຳນາດການປົກຄອງຂັ້ນຕ່າງໆ ແລະ ພໍ່ແມ່ປະ ຊາຊົນບັນດາເຜົ່າຢ່າງໃກ້ຊິດ, ຈັດຕັ້ງກຳລັງອອກເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະກອງໄດ້ເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງກຳ ລັງໃນທຸກດ້ານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ປັບປຸງກໍ່ສ້າງພັກ, ພະນັກງານຕາມ 5 ຫຼັກການ 3 ທິດນຳຂອງພັກ, ຊີ້ນຳອົງການຈັດຕັ້ງມະຫາຊົນເຄື່ອນ ໄຫວຕາມພາລະບົດຂອງຕົນ, ໄດ້ເປີດອົບຮົມ-ຫັດແອບປະຈຳປີສຳເລັດ, ນອກນັ້ນ, ກໍໄດ້ນຳເອົາບັນດາເອກະສານ, ນິຕິກຳ, ມະຕິ, ຄຳສັ່ງຕ່າງໆຂອງພັກ, ຂອງລັດ ແລະ ຂອງກອງທັບ ມາຈັດຕັ້ງເຜີຍແຜ່ຢ່າງເປັນຂະບວນກວ້າງຂວາງ, ດ້ານວຽກງານພະລາທິການ ແລະ ເຕັກນິກ ກໍໄດ້ຊີ້ນຳໃຫ້ແຕ່ລະກົມກອງເອົາ ໃຈໃສ່ສ້າງພະລາທິການຕາມທ່າແຮງບົມຊ້ອນຂອງກົມກອງ ໂດຍຖືເອົາວຽກງານ 4 ປູກ 4 ລ້ຽງເປັນສຳຄັນ, ໄດ້ເອົາໃຈໃສ່ກວດເຊັກພາຫະນະເຕັກນິກທຸກ ເພດເປັນປະຈຳ ແນໃສ່ຮັບປະກັນໃຫ້ທຸກວຽກງານທ່ວງທັນກັບສະພາບການຕາມກຳນົດເວລາ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍໄດ້ໂອ້ລົມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ກອງບັນຊາການທະຫານແຂວງບໍລິຄຳໄຊ
ຍາດມາໄດ້ໃນຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ນາຍ ແລະ
ພົນທະຫານໃຫ້ມີແນວຄິດໜັກແໜ້ນເຂັ້ມແຂງ, ມີຄວາມຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ,
ກົດ
ລະບຽບຂອງກອງທັບ ກໍຄືຂອງກົມກອງວາງອອກ, ເພີ່ມທະວີວຽກງານກຽມພ້ອມສູ້ຮົບໃຫ້ເປັນລະບົບຄົບຊຸດ, ການປ້ອງກັນເວນຍາມຕາມສະຖານທີ່ຂອບ
ເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ, ປັບປຸງແບບແຜນວິທີນຳ
ພາ-ບັນຊາຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ. ຄຽງຄູ່ກັນນັ້ນ, ກໍຕ້ອງເອົາໃຈໃສ່ສ້າງພະລາ
ທິການແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ປົກປັກຮັກສາບົວລະບັດພາຫະນະເຕັກນິກອາ ວຸດ-ກະສູນບໍ່ໃຫ້ເປ່ເພ ແລະ ຕົກເຮ່ຍເສຍຫາຍ ແລະ
ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ແນໃສ່ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້
ດ້ວຍຜົນສຳເລັດ.
ແຫຼ່ງທີ່ມາ: ສີທອງ ຈັນທະວົງ
ວັນທີ 27/12/2022