ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ


ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ພິທີ ປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງຂຶ້ນກັບກົມ
ໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມ.

     ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະທຽບຊັ້ນໃຫ້ນັກຮຽນທີ່ຮຽນ
ຈົບຈາກສາຍລັດ ຈໍານວນ 192 ສະຫາຍ ໃນນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ ຈໍານວນ 64 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບ
ຊັ້ນຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ ຈໍານວນ 29 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈໍານວນ 6 ສະຫາຍ, ເລື່ອນຊັ້ນ-ເລື່ອນ
ທຽບຊັ້ນວາທີ ຂຶ້ນ ຊັ້ນຮ້ອຍຕີ 5 ສະຫາຍ, ປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບຈາກສາຍລັດ ຮ້ອຍໂທ ຈໍານວນ 85 ສະຫາຍ ແລະ ຮ້ອຍຕີ ຈໍາ
ນວນ 3 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້
ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເປັນແບບຢ່າງທີ່ດີ
ໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນ
ວິທີເຮັດວຽກ ປະກອບສ່ວນຢ່າງຕັ້ງໜ້າໃນການປັບປຸງກໍ່ສ້າງກົມກອງ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ.

ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 02/07/2025