
ມອບ-ຮັບໜ້າທີ່ ຫົວໜ້າການທະຫານ ໂຮງຮຽນນາຍສີບເຫຼົ່າຮົບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ປະກາດຫົວໜ້າການທະຫານໂຮງຮຽນນາຍສີບເຫຼົ່າຮົບ ແຂວງຊຽງຂວາງວັນທີ 27 ພະຈິກ 2025
ພິທີມອບ-ຮັບໜ້າທີ່ ຫົວໜ້າການທະຫານ ໂຮງຮຽນນາຍສີບເຫຼົ່າຮົບ ລະຫວ່າງ ສະຫາຍ ພັນເອກ ຄຳຈັນ ແສນມະນີ ຫົວໜ້າການທະ
ຫານ ໂຮງຮຽນນາຍສີບເຫຼົ່າຮົບ (ຜູ້ເກົ່າ) ແລະ ສະຫາຍ ພົນຈັດຕະວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານ ໂຮງຮຽນນາຍສີບເຫຼົ່າຮົບ
(ຜູ້ໃໝ່) ໄດ້ຈັດຂຶ້ນໃນ ວັນທີ 27 ພະຈິກ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຫົວໜ້າກົມໂຮງ
ຮຽນ ກົມໃຫຍ່ເສນາທິການກອງທັບ, ທ່ານ ຄຳພາ ພິລາວົງ ປະທານກວດກາແຂວງຊຽງຂວາງ, ມີຄະນະອຳນວຍການໂຮງຮຽນ, ຫົວໜ້າຫ້ອງ,
ຮອງຫົວໜ້າຫ້ອງ, ຫົວໜ້າ-ຮອງຫົວໜ້າພະແນກ, ກອງພັນນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳຈັນ ແສນມະນີ ໄດ້ລາຍງານການເຄື່ອນໄຫວວຽກງານຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຊີ້ນໍາ-ນໍາພາ ບັນດາອົງການ,
ກົມກອງ, ໃນທົ່ວໂຮງຮຽນນາຍສິບເຫຼົ່າຮົບ ປັບປຸງແບບແຜນການນໍາພາ, ວິທີເຮັດວຽກບົນພື້ນຖານລວມສູນປະຊາທິປະໄຕ, ມີຄວາມສາມັກ
ຄີເປັນເອກະພາບສູງ ໃນການຊີ້ນໍາ-ນໍາພາ-ບັນຊາ ໄປພ້ອມກັບການສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກ ໃນ
ທົ່ວໂຮງຮຽນມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ
ຕໍ່ໜ້າທີ່ການເມືອງສູງ, ດ້ານວິຊາສະເພາະເປັນເສນາທິການໃຫ້ແກ່ຊວງປ້ອງກັນປະເທດ ແລະ ວຽກງານອື່ນໆ ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນໍາ
ການກວດກາຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ແລະ ການເພີ່ມພູນຜະລິດຜົນ ດ້ວຍການປູກການລ້ຽງ, ຄຸ້ມຄອງປົກປັກຮັກສາພາຫະນະ
ເຕັກນິກຮັບປະກັນໃຫ້ແກ່ວຽກງານບໍລິຫານ, ຮັບໃຊ້ພາຍໃນໂຮງຮຽນ, ຄຽງຄູ່ກັນນັ້ນ, ຍັງໄດ້ອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍ ວຽກງານການ
ພົວພັນຮ່ວມມືກັບບັນດາບ້ານເພື່ອນມິດໃນຂອບເຂດຮັບຜີດຊອບ ແລະ ຕາມທິດຊີ້ນໍາຂອງກະຊວງປ້ອງກັນປະເທດ ໃຫ້ມີທ່າກ້າວອັນໃໝ່.
ຈາກນັ້ນ ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ພັນເອກ ຄຳຈັນ ແສນມະນີ ແລະ ສະຫາຍ ພົນຈັດຕະວາ ພູວຽງ
ສອນສົມໃຈ.
ໂອກາດດັ່ງນີ້, ສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫາຍຫົວໜ້າການທະຫານ ໂຮງ
ຮຽນນາຍເຫຼົ່າຮົບຜູ້ເກົ່າ ໄດ້ສຸມສະຕິປັນຍາຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຊີ້ນໍາ-ນໍາພາ ວຽກງານດ້ານຕ່າງໆ ໃນໄລຍະຜ່ານມາ
ພ້ອມທັງເນັ້ນໜັກໃຫ້ສະຫາຍຫົວໜ້າການທະຫານ ໂຮງຮຽນນາຍສີບເຫຼົ່າຮົບຜູ້ໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຕາມພາລະ
ບົດບາດຂອງຕົນດ້ວຍຮັບຜິດຊອບສູງ, ມີແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ, ປັບປຸງວຽກງານວິຊາສະເພາະໃຫ້ທັນສະໄໝສອດຄ່ອງ
ກັບວຽກງານຕົວຈິງ, ເຮັດວຽກເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ສືບຕໍ່ຍູ້ແຮງຂະ
ບວນການດ້ານຕ່າງໆ ຂອງກົມກອງໃຫ້ຟົດຟື້ນແຂງແຮງກວ່າເກົ່າ ແລະ ໃນຕອນທ້າຍພິທີ ສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ຍັງໄດ້ມອບ
ອຸປະກອນການຫຼິ້ນກິລາ ໃຫ້ໂຮງຮຽນນາຍສິບເຫຼົ່າຮົບ ເພື່ອເປັນການຊຸກຍູ້ຂະບວນການກິລາ ລວມເປັນມູນຄ່າ 4 ລ້ານກວ່າກີບ.
ແຫຼ່ງຂ່າວໂດຍ ເຄນຫຼ້າ ຂຸນຈັນທະ
ວັນທີ 03/12/2025