
ມອບ-ຮັບ ລົດຫຸ້ມເກາະ БТР-60П Б ແລະ ລົດທະຫານຮາບ
БМП-1 ທີ່ບົວລະບັດ ແລະ ສ້ອມແປງສຳເລັດ

ພິທີ ມອບ-ຮັບ ລົດຫຸ້ມເກາະ БТР-60П Б ແລະ ລົດທະຫານຮາບ БМП-1
ໃນວັນທີ 2 ກັນຍາ 2025 ນີ້, ທີ່ ສະໜາມຫັດແອບ ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ຈັດພິທີ ມອບ-ຮັບ ລົດຫຸ້ມເກາະ
БТР-60П Б ແລະ ລົດທະຫານຮາບ БМП-1 ທີ່ບົວລະບັດ ແລະ ສ້ອມແປງສຳເລັດໃຫ້ແກ່ກອງພັນໃຫຍ່ 11 ໂດຍການເປັນປະທານຂອງ
ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດຮອງ
ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາຄະນະກົມລົດຕັງຍານເກາະ, ກົມເຕັກນິກເຫຼົ່າຮົບ ແລະ ສະຫາຍ ສົມແພງ ແກ້ວສີລາ ຫົວໜ້າ
ການທະຫານ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນຕີ ວິໄລພອນ ແສງຄຳຢອງ ຮອງຫົວໜ້າພະແນກເຕັກນິກຍານເກາະ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້
ຜ່ານບົດສະຫຼຸບວຽກງານບົວລະບັດ ສ້ອມແປງປ່ຽນຖ່າຍ ເຄື່ອງວັດຖຸອາໄຫຼ່ລົດຫຸ້ມເກາະ БТР-60П Б ແລະ ລົດທະຫານຮາບ БМП-1
ຈຳນວນ 20 ຄັນ ຢູ່ກອງພັນໃຫຍ່ 11 ຫຼັງຈາກບົວລະບັດ-ສ້ອມແປງປ່ຽນຖ່າຍເຄື່ອງອາໄຫຼ່ສຳເລັດ ໄດ້ແລ່ນທົດລອງກວດກາຄືນ 3 ກິໂລແມັດ
ແລະ ແລ່ນທົດລອງກວດກາລະບົບເຕັກນິກໄລຍະທາງ 30 ກິໂລແມັດ ເພື່ອເປັນການຢັ້ງຢືນ ແລະ ຮັບປະກັນຄວາມປອດໄພທາງດ້ານເຕັກນິກ
ໃນການນຳໃຊ້ຍາວນານ ເພື່ອຮັບປະກັນເຂົ້າໃນວຽກງານກຽມພ້ອມສູ້ຮົບ, ເຝິກແອບຮ່ຳຮຽນ ພ້ອມທັງເກັບຮັກສາໄວ້ໃຫ້ຖືກຕ້ອງຕາມຫຼັກການ.
ຈາກນັ້ນ, ສະຫາຍ ພັນເອກ ດາວວອນ ພົມມະວົງ ຫົວໜ້າກົມເຕັກນິກເຫຼົ່າຮົບ ໄດ້ກ່າວມອບລົດຫຸ້ມເກາະ БТР-60П Б ແລະ ລົດ
ທະຫານຮາບ БМП-1 ຈຳນວນ 20 ຄັນ ໃຫ້ກອງພັນໃຫຍ່ 11 ແລະ ກ່າວຮັບໂດຍສະຫາຍ ພັນເອກ ສົມແພງ ແກ້ວສີລາ ພ້ອມທັງ, ເຊັນ
ບົດບັນທຶກ ມອບ-ຮັບ ຢ່າງເປັນທາງການ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 04/09/2025