
ຫຼາຍພາກສ່ວນ ເຂົ້າອວຍພອນ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ
ເນື່ອງໃນໂອກາດ ປີໃໝ່ສາກົນ

ໃນທ້າຍປີ 2025 ຜ່ານມາ, ມີຫຼາຍພາກສ່ວນ ເຂົ້າອວຍພອນກົມວິທະຍາສາດ-ປະຫວັດສາດ ການທະຫານ ເນື່ອງໃນໂອກາດປີໃໝ່
ສາກົນ 2026, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ພ້ອມດ້ວຍຄະນະ, ໃນນີ້, ມີຫ້ອງວິທະຍາສາດ ວິທະຍາຄານພະລາທິການກອງທັບ ນຳພາໂດຍ ສະຫາຍ ພັນໂທ ສຸກກະເສີມ ພົມມີ
ໄຊ ຄະນະຫ້ອງວິທະຍາສາດ ວິທະຍາຄານພະລາທິການກອງທັບ ພ້ອມດ້ວຍຄະນະ, ມີບໍລິສັດ APB ນຳໂດຍ ທ່ານ ນາງ ສຸດໃຈ ແກ້ວ
ບຸນພັນ ປະທານບໍລິສັດ APB ພ້ອມດ້ວຍຄະນະ, ມີສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ອາດີດຫົວໜ້າກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ແລະ ບໍລິສັດ SCS ນໍາໂດຍ ທ່ານ ນາງ ວຽງສະຫວັນ ລັດສະໝີ ຜູ້ຈັດການ ບໍລິສັດ SCS ພ້ອມດ້ວຍຄະທິມງານ.
ການອວຍພອນຄັ້ງນີ້, ແຕ່ລະພາກສ່ວນ ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນໄຊອັນປະເສີດ ມາມອບໃຫ້ຄະນະນໍາ ພ້ອມດ້ວຍ
ພະນັກງານທົ່ວກົມວິທະຍາສາດ-ປະຫວັດສາດ ການທະຫານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ,
ສືບຕໍ່ຊີ້ນຳ-ນຳພາ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສືບຕໍ່ເຮັດວຽກງານວິຊາສະເພາະ ໃຫ້ມີທ່າກ້າວ
ຂະຫຍາຍຕົວທີ່ດີ, ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ ສະຫາຍ ຫົວໜ້າກົມ ວິທະຍາສາດ-ປະຫວັດ
ສາດ ການທະຫານ ກໍໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນທີ່ນຳເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນ ມາມອບໃຫ້ໃນຄັ້ງນີ້,
ພ້ອມທັງອວຍພອນໃຫ້ທຸກພາກສ່ວນຈົ່ງມີແຕ່ຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ພັດທະນາອົງກອນຂອງຕົນໃຫ້ມີຜົນສໍາ
ເລັດຈົບງາມ ແລະ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ການງານຂອງຕົນໃຫ້ສົມຄວາມມຸ່ງມາດປາດຖະໜາທຸກປະການ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 05/01/2026