
ກອງພັນໃຫຍ່ 703 ສະຫຼຸບວຽກງານຮອບດ້ານ ປະຈໍາປີ 2025

ໃນວັນທີ 8 ມັງກອນ 2026 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2025
ແລະ ຜ່ານທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ,
ມີຄະພັກ-ຄະນະບັນຊາ, ຮອງພະແນກການ, ຂະແໜງການ, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດພະນັກງານທົ່ວກອງພັນໃຫຍ່
703 ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພັນ ສຸວັນນີລາດ ຮອງພະແນກບໍລິຫານ-ສັງລວມ ໄດ້ຜ່ານບົດສະຫຼຸບໃນໄລຍະ 1 ປີ ຜ່ານມາ ໂດຍຍົກໃຫ້
ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນໄດ້ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານຢ່າງເປັນປົກກະຕິ ເຊິ່ງມັນ
ສະແດງອອກຄື: ເຮັດໃຫ້ກົມກອງມີຄວາມສະຫງົບ, ພະນັກງານແຕ່ລະສະຫາຍມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ,
ທຸກພະແນກການ, ຂະແໜງການ ແລະ ກົມກອງເອກະລາດລ້ວນແຕ່ເຮັດສຳເລັດທຸກໜ້າທີ່ວຽກງານຂອງຕົນ, ເຮັດໃຫ້ວຽກງານເຕັກ
ນິກ-ການບິນຮັບໃຊ້ມີຄວາມປອດໄພໄດ້ 100%, ວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດ ແລະ ກຽມພ້ອມສູ້ຮົບຕະຫຼອດ 24
ຊົ່ວໂມງ, ມີຈຸປະຈຳການແຕ່ລະວັນ, ມີກໍາລັງກອບກູ້ທາງອາກາດ, ກຳລັງກອບກູ້ເຄື່ອນທີ່, ພາຫານະເຮືອບິນ 1-2 ລໍາ ພ້ອມຈຸບິນ ແລະ
ພາກສ່ວນຮັບປະກັນຄົບຊຸດ, ໃນ 1 ປີຜ່ານມາປະຕິບັດຕົວຈິງ ໃນການຊ້ອມຮົບລາວ-ຣັດເຊຍ ( ລາໂຣສ-2025), ຊ້ອມຮົບກອບກູ້ໄພ
ພິບັດທີ່ນະຄອນຫຼວງ ເນປີດໍ ພະມ້າ, ຊ້ອມກອບກູ້ມອດໄຟໄໝ້ລາມປ່າ, ຍົກຢ່ອນຄົນຖືກໄພພິບັດ ແລະ ບິນກອບກູ້ໄພພິບັດທຳມະຊາດ
ຊ່ວຍເຫຼືອປະຊາຊົນຢູ່ 2 ແຂວງຄື: ຊຽງຂວາງ ແລະ ຊຳເໜືອ, ຫັດແອບແກ່ທຸງຢູ່ນ້ຳຊວງ ແລະ ບິນເກາະຝຸງຢູ່ເດີນທາດຫຼວງ ລວມ 51
ຖ້ຽວ, ບິນຮັບໃຊ້ໂດດຈ້ອງສະແດງງານຕ່າງໆ ແລະ ໂດດຈ້ອງຫັດແອບລວມທັງໝົດ 64 ຄັ້ງ, ບິນຮັບໃຊ້ທົ່ວໄປເຮືອບິນປິກ 224 ຖ້ຽວ,
ໂດຍສານ 6.750 ຄົນ, ເຮືອບິນຂຶ້ນຊື່ລວມມີ 875 ຖ້ຽວ, ໂດຍສານ 10.090 ຄົນ, ດ້ານວຽກງາານປູກຝັງ-ລ້ຽງສັດ ສາມາດປູກຜັກ
ຊະນິດຕ່າງໆໄດ້ 269 ກິໂລ ເປັນເງິນ 7.308.000 ກີບ, ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ປະດັບໄດ້ 45 ຕົ້ນ, ລ້ຽງປາປະມານ 9.740
ໂຕ, ລ້ຽງເປັດ ແລະ ໄກ່ 105 ໂຕ, ລ້ຽງກົບ 1.200 ໂຕ, ລ້ຽງງົວ 12 ໂຕ ລ້ຽງໜູ 7 ໂຕ ແລະ ສາມາດສັງລວມລາຍຮັບຈາກການປູກ
ຝັງ-ລ້ຽງສັດ ລວມເປັນມູນຄ່າ 86.083.000 ກີບ.
ແຫຼ່ງຂ່າວໂດຍ ນາງ ບົວພັນ ເທີນຜາສຸກ
ວັນທີ 07/01/2026