ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ


    ວັນ​ທີ 18 ພະຈິກ 2022 ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ເປີດ​ຂະ​ບວນ​ການແຂ່ງຂັນ​ກິລາທົ່ວ​ຫ້ອງ​ວ່າການ​ກະຊວງ ເພື່ອ​ສ້າງ​ຂະ​ບວນ​ການ ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ພັກ, ຂອງ​ຊາດ ແລະ ຂອງ​ກອງທັບ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພົນ​ຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫຼ້າ ຮອງ ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ຫ້ອງການ, ກອງ, ບໍລິສັດ-ລັດ​ວິ​ສາ​ຫະ​ກິດ, ຄະນະ​ຮັບຜິດຊອບ​ຂະ​ບວນ​ການ ​ ແຂ່ງຂັນ​ກິລາ ຕະຫຼອດ​ຮອດ​ນັກ​ກິລາ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

     ສະຫາຍ ພົນ​ຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫຼ້າ ໄດ້​ກ່າວ​ວ່າ: ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນກິ ລາ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ເປັນ​ການສ້າງ​ຂະ​ບວນ​ການ, ສ້າງ
​ຜົນງານຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດ​ສຳຄັນ​ຕ່າງໆ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ, ໂດຍ​ສະເພາະ​ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022), ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023), ວັນ​ຄ້າຍ​ວັນ​ເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະ ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ທີ່​ຈະ​ມາ​ເຖິງ​ນີ້ໃຫ້​ມີບັນຍາກາດ​ຟົດຟື້ນ​ກວ້າງຂວາງ, ​ທັງເປັນ​ການ ​ເຝິກຝົນ​ກຳລັງ​ກາຍ​ຂອງ​ພະນັກງານ-ນັກຮົບ​ໃຫ້​ມີ​ສຸຂະພາບ​ແຂງແຮງ ແລະ ຮັດ​ແໜ້ນ​ຄວາມ​ສາມັກຄີ​ເຊິ່ງ​ກັນ ແລະ ກັນ​ ລະຫວ່າງ​ພະນັກງານ-ນັກຮົບ​ດ້ວຍ ​ກັນ​ໃນ​ກົມ​ກອງ​ອີກ​ດ້ວຍ. ກິລາ​ທີ່​ຈະ​ນຳ​ມາ​ແຂ່ງຂັນ​ລວມ​ມີ 6 ປະເພດ​ຄື: ກິລາ​ບານສົ່ງ​ຊາຍ, ບານສົ່ງ​ຍິງ, ເປ​ຕັງ​ຍິງ, ເປ​ຕັງ​ຊາຍ, ດຶງເຊືອກ​ຍິງ ແລະ ດຶງ ເຊືອກ​ຊາຍ. ນອກຈາກ​ນີ້, ຍັງ​ມີ​ກິດຈະກຳ​ເພື່ອ​ສ້າງ​ໃຫ້​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ຟົດຟື້ນ​ມ່ວນຊື່ນ​ ເປັນຕົ້ນ​ແມ່ນ: ຢຽບ​ປູມ​ເປົ້າ, ແຍ່​ເຂັມ-ເປົ່າ​ປູມ​ເປົ້າ ແລະ ໂຍນ​ຮັບ​ໝາກ​ປູມ​ເປົ້າ, ສຳລັບ​ກິລາບານສົ່ງ​ຊາຍ ​ມີ 10 ທີມ​ເຂົ້າ​ຮ່ວມ​ແຂ່ງຂັນ, ບານສົ່ງ​ຍິງ ມີ 3 ທີມ, ເປ​ຕັງ​ຊາຍ ມີ 14 ທີມ, ເປ​ຕັງ​ຍິງ ​ມີ 14 ທີມ, ດຶງ ເຊືອກ​ຊາຍ ​ມີ 9 ທີມ ແລະ ດຶງເຊືອກ​ຍິງ ​ມີ 6 ທີມ ​ເຂົ້າ​ຮ່ວມ​ແຂ່ງຂັນ.

     

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/11/2022