
ກົມ ວສ-ປສ ການທະຫານ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2025

ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ເປັນປະທານ
ວັນທີ 8 ມັງກອນ 2026 ນີ້, ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ວາງທິດ
ທາງແຜນການປີ 2026 ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ
ການທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສັນ ຄ້າຍພົມ ຫົວໜ້າຫ້ອງການ ໄດ້ສະຫຼຸບຄືນຜົນງານການເຄື່ອນໄຫວວຽກງານຂອງກົມຕະຫຼອດໄລຍະ 1 ປີ ຜ່ານມາ
ແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ເປັນປົກກະຕິ, ນຳເອົາຄຳສັ່ງແນະນຳຂອງຂັ້ນເທິງ ແລະ ເອກະ
ສານມູນເຊື້ອຕ່າງໆ ມາເຜີຍແຜ່ເປັນປົກກະຕິສາມາດເຮັດໃຫ້ກົມກອງມີຄວາມສະຫງົບພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນ
ຕໍ່ການນຳພາຂອງພັກ-ລັດ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ. ດ້ານວຽກງານຫ້ອງການ ແລະ ການພົວພັນຕ່າງປະເທດ
ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືທີ່ບາງກອກ ປະເທດໄທ, ຄົ້ນຄວ້າ ແລະ ຂຽນບົດແລກປ່ຽນທັດສະນະຂອງກອງປະຊຸມ ນາດີ ຢູ່ປະເທດ
ຟີລິບປິນ, ຈັດຕັ້ງກອງປະຊຸມສະພາວິທະຍາສາດຂັ້ນກະຊວງປ້ອງກັນປະເທດຄັ້ງທີ 2 ປີ 2024-2025, ຄະນະຜູ້ແທນ ກົມ ວິທະຍາສາດ-ປະ
ຫວັດສາດ ການທະຫານ ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນຍຸດທະສາດ-ປະຫວັດສາດປ້ອງກັນຊາດ ສສ ຫວຽດນາມ, ຈັດສົ່ງພະນັກ
ງານໄປເຝິກອົບຮົມວຽກງານໄອທີໃຫ້ ກົມພະນັກງານ ກົມໃຫຍ່ການເມືອງ, ວຽກງານປະຫວັດສາດ ການທະຫານ ໄດ້ສຳເລັດການຕ້ອນຮັບຄະນະ
ຜູ້ແທນ ສປ ຈີນ ແລະ ແລກປ່ຽນຂໍ້ມູນກ່ຽວກັບການຂຽນປຶ້ມປະຫວັດສາດການພົວພັນຮ່ວມມືສອງກອງທັບ ລາວ-ຈີນ, ລາວ-ຣັດເຊຍ ພ້ອມທັງ
ຂຽນປະຫວັດສາດກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຂຽນປະຫວັດສາດນັກຮົບແຂ່ງຂັນວິລະຊົນແຫ່ງຊາດສຳເລັດ ໂດຍພື້ນຖານ, ວຽກງານ
ຍຸດທະສາດ ການທະຫານ ໄດ້ລວບລວມ, ຮຽບຮຽງຂໍ້ມູນຂຽນບົດຄົ້ນຄວ້າ ຍຸດທະສາດການກໍ່ສ້າງຂອບເຂດປ້ອງກັນບໍລິເວນ ແຂວງບໍລິຄຳໄຊ ໃນ
ໄລຍະໃໝ່ 2024-2025, ແລະ ຮຽບຮຽງຂໍ້ມູນໃສ່ໂຄງການຄົ້ນຄວ້າ-ຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດ ສປປ ລາວຄັ້ງທີ Vl, ວຽກງານວິ
ທະຍາສາດການທະຫານໄດ້ສຳເລັດ 5 ໂຄງການຄົ້ນຄ້ວາຄື: ໂຄງການຄົ້ນຄວ້າຖານຂໍ້ມູນປ້ອງກັນຊາດ ໃນແຜນທີ່ເອເລັກໂຕຣນິກ, ໂຄງການຄົ້ນຄວ້າ
ໂປຮແກຼມສຳເນົາເອກະສານ ຂາເຂົ້າ-ຂາອອກ ຂອງກົມ, ໂຄງກການສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການສິ່ງແວດລ້ອມທົ່ວກອງທັບປະຊາ
ຊົນລາວຄັ້ງທີ 1, ໂຄງການເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມໃນກອງທັບປະຊາຊົນລາວຄັ້ງທີ 1, ໂຄງການຄົ້ນຄວ້າສ້າງແກັບລະເບີດ
ເອເລັກໂຕຣນິກນຳໃຊ້ໃນການສູ້ຮົບ, ວຽກງານຂໍ້ມູນຂ່າວ ສານໄດ້ເກັບກຳຮັກສາຂໍ້ມູນ, ໄດ້ກະຈາຍຂໍ້ມູນຂ່າວສານ, ວາລະສານ, ເວັບໄຊ, ຂ່າວ ແລະ
ວິທະຍຸ,ໂທລະພາບ, ໜັງສືພິມກອງທັບ, ສະຫຼຸບຂ່າວປະຈຳອາທິດໃຫ້ການນຳໄດ້ອ່ານ, ວຽກງານຫໍສະໝຸດໄດ້ບໍລິການໃຫ້ພະນັກງານ-ນັກຮົບພາຍ
ໃນກົມກອງ ແລະ ພາຍນອກເຂົ້າອ່ານ ແລະ ໄດ້ຢືມເປັນປົກກະຕິ.
ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 13/01/2026