
ກົມໃຫຍ່ເຕັກນິກກອງທັບ ສະຫຼຸບວຽກງານຮັບປະກັນເຕັກນິກ ໃຫ້ກຳລັງປ້ອງກັນຊາດ
ເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ
ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ເປັນປະທານ
ວັນທີ 12 ມັງກອນ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮັບປະກັນເຕັກນິກໃຫ້ກຳລັງປ້ອງກັນ
ຊາດ ເຂົ້າຮ່ວມສວນສະໜາມຂອງກຳລັງປ້ອງກັນຊາດ ສະເຫຼີມສະຫຼອງ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ໂດຍການເປັນປະ
ທານຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຜູ້ຕາງໜ້າກົມເສນາເຕັກນິກ, ກົມຄຸ້ມ
ຄອງອາວຸດ-ກະສຸນ, ກົມຄຸ້ມຄອງລົດ-ເຮືອ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳໄພ ຈັນທະວົງ ຫົວໜ້າພະແນກແຜນການຮັບປະກັນເຕັກນີກ ກົມເສນາເຕັກນິກ ກົມໃຫຍ່ເຕັກນິກອງທັບ ໄດ້
ຜ່ານບົດສະຫຼຸບວຽກງານຮັບປະກັນເຕັກນິກໃຫ້ກຳລັງປ້ອງກັນຊາດ ເຂົ້າຮ່ວມສວນສະໜາມ ຂອງກຳລັງປ້ອງກັນຊາດ ສະເຫຼີມສະຫຼອງ ວັນ
ສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ໂດຍອີງຕາມ ມະຕິແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງສາມວັນ
ປະຫວັດສາດ ປີ 2025 ຂອງກົມການເມືອງສູນກາງພັກ, ອີງຕາມ ແຜນການຈັດຕັ້ງຫັດແອບກຳລັງເຂົ້າຮ່ວມສວນສະໜາມຂອງກຳລັງປ້ອງ
ກັນຊາດ ສະເຫຼີມສະຫຼອງ ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ປຸກລະດົມຈຳ
ນວນພົນ ແລະ ພາຫະນະເຂົ້າຮ່ວມທັງໝົດມີ ຄື: ອະນຸກຳມະການຮັບປະກັນເຕັກນິກພາກສະໜາມ 6 ສະຫາຍ, ວິຊາການສ້ອມແປງ 14
ສະຫາຍ, ນັກຂັບຂີ່ບໍລິຫານ 3 ສະຫາຍ, ນັກຂັບຂີ່ລົດວິຊາສະເພາະຈຳເພາະ 39 ສະຫາຍ, ລວມທັງໝົດ 62 ສະຫາຍ, ດ້ານພາຫະນະເຂົ້າ
ຮ່ວມທັງໝົດ 39 ຄັນ ໃນນັ້ນ, ມີ ລົດຫົງສິ H7 ຈຳນວນ 3 ຄັນ, ລົດໄຟຟ້າ ວິນພາດ 3 ຄັນ, ລົດເຊອາ 1100 ຈຳນວນ 8 ຄັນ, ລົດບິຈີ 80
(ລົດສະຫຼາມ) 2 ຄັນ, ຈາກນັ້ນ,ບັນດາກົມວິຊາສະເພາະກໍໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານຮັບປະກັນ
ເຕັກນິກໃຫ້ກຳລັງປ້ອງກັນຊາດເຂົ້າຮ່ວມສວນສະໜາມ ຢ່າງກົງໄປກົງມາໂດຍມີລັກສະນະສົ່ງເສີມດ້ານດີ ແລະ ປັບປຸງແກ້ໄຂດ້ານຄົງຄ້າງ
ແລະ ໃນຕອນທ້າຍກອງປະຊຸມ ສະຫາຍປະທານໄດ້ໂອ້ລົມ ພ້ອມທັງເນັ້ນໜັກຫຼາຍບັນຫາສຳຄັນຕື່ມອີກ.
ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 14/01/2026