
ທາບທາມບຸກຄະລາກອນເຂົ້າໃນຄະນະພັກ ກະຊວງປ້ອງກັນປະເທດ
ສະໄໝທີ VI (ຮອບທີ 2) ຢູ່ກອງພັນໃຫຍ່ 641

ວັນທີ 11 ກໍລະກົດ 2025 ນີ້, ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ກໍາມະການ
ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ- ຄະນະບັນຊາ ກອງພັນໃຫຍ່ 641 ແລະ ກອງພັນ
ໃຫຍ່ 646 , ກອງພັນໃຫຍ່ 279, ບໍລິສັດລັດວິສະຫະກິດ, ມີວິຊາການ ຈາກກະຊວງປ້ອງກັນປະເທດ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ທັງ
ສີ່ພາກສ່ວນ ເຂົ້າຮ່ວມ.
ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຮ່າງລາຍງານການເມືອງທັງສອງ
ພາກ ແລະ ຮ່າງບົດສໍາຫຼວດການນໍາພາ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໃນຊຸມປີ
ຜ່ານມາ, ບົດແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ( ສະບັບປັບປຸງ),
ຈາກນັ້ນ ສະຫາຍ ພັນຕີ ສີພັນດອນ ຈັນທະວົງ ວິຊາການກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານມາດຕະຖານເງື່ອນໄຂ ຂອງຜູ້
ທີ່ຈະສະໝັກຮັບເລືອກຕັ້ງ ເຂົ້າໃນ ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດສະໄໝທີ VI (ຮອບທີ 2) ແລະ ຜ່ານມາດຕະຖານເງື່ອນໄຂ
ຜູ້ທີ່ຈະສະໝັກເລືອກຕັ້ງເປັນກໍາມະການປະຈໍາພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານກວດກາພັກ ບົນພື້ນຖານແມ່ນ
ປະຕິບັດຕາມມາດຕະຖານລວມ ແລະ ມາດຕະຖານສະເພາະ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ຕ້ອງເປັນຜູ້ທີ່ມີ ຄວາມຮູ້
ຄວາມສາມາດ, ກໍາແໜ້ນທິດສະດີ ມາກ - ເລນິນ, ຕ້ອງເປັນຄົນຜູ້ມີຄຸນທາດການເມືອງໝັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ມີແບບແຜນ
ດໍາລົງຊີວິດທີ່ບໍລິສຸດ ປອດໃສ, ປະຕິບັດຫຼັກການ ລວມສູນ ປະຊາທິປະໄຕ ຂອງພັກຢ່າງເຂັ້ມງວດ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີແບບແຜນ
ການນໍາພາ, ມີສຸຂະພາບແຂງແຮງດີ , ມີນໍ້າໃຈຮັກຊາດ ຮັກລະບອບ ປະຊາທິປະໄຕ ປະຊາຊົນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ຢ່າງ
ຖືກຕ້ອງ ສອດຄ່ອງ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຈົ່ງຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການ
ເມືອງຂອງຕົນ ແລະ ເພື່ອເປັນທິດທາງໃນການໃຊ້ສິດ ປະຊາທິປະໄຕໃນການໃຊ້ສິດ, ຕ້ອງມີຈຸດສຸມ ແລະ ສັດຈະວິພາກ, ຫຼີກລ້ຽງແນວຄິດອັກຄະ
ຕິ, ກຸ່ມກ້ອນ, ຈຸ້ມເຈື້ອ ເຊື້ອສາຍ, ຕ້ອງເປັນຜູ້ທີ່ມີທັດສະນະຫຼັກໝັ້ນຊົນຊັ້ນ, ນໍ້າໃຈຟົດຟື້ນປະຕິວັດ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ ຕໍ່ອຸດົມ
ການ ແລະ ແນວທາງນະໂຍບາຍຂອງ ພັກ-ລັດ, ມີຄວາມຮູ້ຄວາມສາມາດ ໃນການນໍາພາ-ບັນຊາ, ເປັນຜູ້ທີ່ມີສຸຂະພາບແຂງແຮງ ເຮັດສໍາເລັດໜ້າ
ທີ່ການເມືອງທີ່ໄດ້ຮັບມອບໝາຍ, ຈາກນັ້ນບັນດາສະຫາຍ ພະນັກງານຫຼັກແຫຼ່ງທັງສີ່ພາກສ່ວນ ກໍໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ປ່ອນບັດເອົາ
ບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI (ຮອບທີ 2) ສໍາເລັດຕາມແຜນການ.
ແຫຼ່ງຂ່າວໂດຍ ກອງເພັດ ຄໍາມາວົງ
ວັນທີ 15/07/2025