ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານຊາຍແດນ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ


ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ​ເປັນ​ປະທານ ວັນທີ 16 ທັນວາ 2025

    ໃນວັນທີ 16 ທັນວາ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ກໍຄື: ວັນສະຖາປະ
ນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105, ໂດຍການເປັນປະທານ ຂອງສະຫາຍ
ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະບັນຊາ, ຫ້ອງການ, ພະແນກການ ຕະ
ຫຼອດຮອດພະນັກງານ-ນັກຮົບພາຍໃນກອງບັນຊາການເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ຄວາມໝາຍ ແລະ
ຄວາມສຳຄັນ ຂອງວັນຊາດທີ 2 ທັນວາ, ເຊິ່ງເປັນວັນແຫ່ງໄຊຊະນະຂອງການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູພາຍນອກ ແລະ ມູນເຊື້ອສ້າງ
ສາພັດທະນາປະເທດຊາດ, ໂດຍສືບທອດມູນເຊື້ອອົງອາດກ້າຫານຂອງບັນພະບູລຸດລາວ, ປະຊາຊົນບັນດາເຜົ່າ ໂດຍພາຍໃຕ້ການນຳພາຂອງ
ພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານ, ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງ
ແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາ ປະເທດຊາດໄດ້ມີຄວາມເປັນເອກະລາດຢ່າງສົມບູນ, ປະຊາຊົນລາວບັນດາເຜົ່າ
ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ປະເທດຊາດ ມີ
ຄວາມໝັ້ນຄົງສີວິໄລ. ຈາກນັ້ນ, ພັກໄດ້ນຳພາປະຕິບັດ 2 ໜ້າທີ່ຍຸດທະສາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດ
ໃຫ້ປະເທດຊາດ ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນ
ທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ
ປະຕິວັດ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ເຊິ່ງແມ່ນນັກປະຕິວັດຜູ້ທີ່ມີຄວາມປີຊາສາມາດສະຫຼາດຫຼັກແຫຼມ, ເປັນນັກ
ປາດທີ່ດີເດັ່ນ, ມີໄຫວພິບ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ ເປັນຜູ້ນຳທີ່ແສນເຄົາຮົບຮັກ ຂອງທົ່ວປວງຊົນລາວທັງຊາດ ແລະ ເປັນວິລະບູລຸດ
ຂອງຊາດລາວ ເຊິ່ງພວກເຮົາຈະໄດ້ພ້ອມກັນເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລ້ຳຄ່າ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້
ມາສູ່ການດຳລົງຊີວິດ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຜົນສຳເລັດ. ການປາຖະກະຖາໃນຄັ້ງນີ້ ກໍເພື່ອແນ່ໃສ່ສຶກສາອົບຮົມ
ການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນຕື່ມ ມູນເຊື້ອຂອງວັນສຳຄັງດັ່ງກ່າວ ພ້ອມທັງນຳມາເປັນແນວທາງ ໃນ
ການເຝິກຝົນຫຼໍ່ຫຼອມຕົນເອງ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ.

ແຫຼ່ງຂ່າວໂດຍ ນາງ ອານຸພອນ ພັນທະວົງ
ວັນທີ 17/12/2025