
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ
ກອງບັນຊາການທະຫານແຂວງຄຳມ່ວນ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ
ເປັນປະທານພົບປະໂອ້ລົມ ພະນັກງານຢູ່ ກອງບັນຊາການທະຫານແຂວງຄຳມ່ວນວັນທີ 17 ພະຈິກ 2025
ວັນທີ 17 ພະຈິກ 2025 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງຄຳມ່ວນ, ໂດຍການຕ້ອນ
ຮັບ ຂອງສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ອົງ
ການ 5 ຫ້ອງ, ບັນດາພະແນກການ, ກົມກອງອ້ອມຂ້າງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງການບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານ ຂອງກົມກອງໃນໄລຍະຜ່ານ
ມາ ໂດຍສະເພາະວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ແລະ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາ-ແນວຄິດ, ຂໍ້ກໍາ
ນົດກົດລະບຽບຕ່າງໆ ມາຈັດຕັ້ງຜັນຂະຫຍາຍໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ
ເຮັດໃຫ້ແຕ່ລະສະຫາຍ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງ ພ້ອມກັນປະຕິບັດໜ້າທີ່ວິຊາສະ
ເພາະ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ຫັນລົງກໍ່ສ້າງຖານການເມືອງ ຕາມ 4 ເນື້ອ
ໃນ 4 ຄາດ ໝາຍ ແລະ ພັດທະນາຊົນນະ ບົດຮອບດ້ານ ເຮັດໃຫ້ຂອບເຂດຂອງກົມກອງຕັ້ງທັບ ມີຄວາມສະຫງົບປອດໄພໂດຍພື້ນຖານ. ໂອກາດ
ນີ້ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ, ສາກົນ ແລະ
ພາຍໃນປະເທດ ທີ່ມີການຜັນແປໄປຢ່າງຊັບສົນໃນປັດຈຸບັນ ຈາກນັ້ນ, ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ທີ່ກອງບັນຊາການທະຫານ
ແຂວງຄຳມ່ວນ ຍາດມາໄດ້ ແລະ ມີຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ, ພ້ອມທັງໄດ້ເໜັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພະນັກ
ງານຫຼັກແຫຼ່ງແຕ່ລະສະຫາຍ ຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈຳ ໂດຍຖືເອົາການຈັດຕັ້ງ
ດຳເນີນຊີວິດການເມືອງເປັນປົກກະຕິ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ຮູ້
ຈຳແນກມິດ-ສັດຕູຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ, ເລ້ຫຼ່ຽມຂອງກຸ່ມຄົນບໍ່ຫວັງດີໄດ້ຢ່າງມີປະສິດທິຜົນ, ເອົາໃຈໃສ່ວຽກງານເຮັດໃຫ້ສະ
ພາບມີຄວາມສະຫງົບ ໂດຍການປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ
ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງພັດທະນາຊົນ ນະບົດຮອບດ້ານ ສຸມໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຕັ້ງໜ້າປະ
ຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ ປັບປຸງແບບແຜນວິທີເຮັດວຽກຢ່າງມີວິທະຍາສາດ ບົນພື້ນຖານປະຕິບັດ
ຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດ
ກາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີຮອບດ້ານ, ເອົາໃຈໃສ່ກໍ່ສ້າງພັກທັງ 4 ດ້ານ ໂດຍຖືເອົາຄຸນນະພາບເປັນກົກ, ກໍ່ສ້າງພະນັກ
ງານ 3 ຮຸ່ນ ໂດຍອີງໃສ່ຄວາມຮູ້ຄວາມສາມາດຕົວຈິງ, ຕິດພັນກັບຂະບວນການກໍ່ສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການ
ອື່ນໆ, ເພີ່ມທະວີການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ລູກກະສູນ ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ ເພື່ອ
ຮັບປະກັນກຽມພ້ອມເຮັດສຳເລັດໜ້າທີ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພື່ອພ້ອມກັນສ້າງກອງທັບປະຊາ
ຊົນລາວ ໃຫ້ເປັນກອງທັບປະຕິວັດມີລະບຽບແບບແຜນທັນສະໄໝ.
ແຫຼ່ງຂ່າວໂດຍ ເກດມະນີ ສຸວັນນະລາດ
ວັນທີ 19/11/2025