ເຊັນສັນຍາ ຈັດຊື້-ຈັດຈ້າງ ເຄື່ອງອຸປະໂພກ-ບໍລິໂພກ ປະຈໍາປີ 2025
ວັນທີ 11 ເມສາ 2025 ນີ້, ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນຍາ ຈັດຊື້-ຈັດຈ້າງ ເຄື່ອງອຸປະ
ໂພກ-ບໍລິໂພກ ຂອງກອງທັບ ປະຈໍາປີ 2025 ກັບ ບັນດາບໍລິສັດ ແລະ ໂຮງງານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນດີ
ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສອນໄຊ ວົງ
ພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ຄະນະຈັດຊື້, ຈັດຈ້າງ ຂອງກົມໃຫຍ່ພະລາທິການ
ກອງທັບ, ບັນດາບໍລິສັດ, ໂຮງງານ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຜນອະນຸມັດບັນດາລາຍຈ່າຍງົບປະມານລວມ ປະຈໍາປີ 2025 ເພື່ອຈັດຕັ້ງ
ຜັນຂະຫຍາຍງົບປະມານດັ່ງກ່າວໃຫ້ແທດເໝາະ, ທັນກັບເວລາ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງກອງທັບ ແລະ
ເພື່ອເຮັດໃຫ້ສັນຍາຈັດຊື້-ຈັດຈ້າງ ມອບເໝົາຜະລິດເຄື່ອງນຸ່ງຫົ່ມ ແລະ ເຄື່ອງຮັບໃຊ້ເຮືອນຄົວ ໃຫ້ກະຊວງປ້ອງກັນປະເທດ ປະຈຳປີ 2025
ລະຫວ່າງ ກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິການກອງທັບ (ຝ່າຍຊື້) ກັບ ບໍລິສັດ ແລະ ໂຮງງານ (ຝ່າຍຂາຍ) ຕາມເນື້ອໃນສັນຍາທີ່
ເຊິ່ງທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນໂດຍມີເງື່ອນໄຂ ແລະ ຂໍ້ກໍານົດ ວ່າດ້ວຍການຜະລິດຕະພັນ, ຈໍານວນຕັດຫຍິບ ແລະ ມູນຄ່າ,
ກໍານົດຂັ້ນຕອນການຜະລິດ, ການຫຸ້ມຫໍ່, ການຂົນສົ່ງ, ການມອບ-ຮັບ, ການສໍາເງິນຊື້ວັດຖຸສໍາຮອງ ແລະ ເງື່ອນໄຂອື່ນໆ ທີ່ຖືກຕ້ອງຕາມລະ
ບຽບຫຼັກການທີ່ລະບຸໄວ້ໃນສັນຍາ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ໄດ້ລົງນາມສັນຍາຮ່ວມ ກັບ ບໍລິສັດ ແລະ ໂຮງງານ
ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ທັງສອງຝ່າຍ ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບ
ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ ໂດຍສະເພາະດ້ານວິຊາການ ຈົ່ງເອົາໃຈໃສ່ຕິດຕາມ, ກວດກາ, ການຮັບເຄື່ອງເຂົ້າສາງ ແລະ
ເບີກຈ່າຍທຸກຄັ້ງ ຕ້ອງໄດ້ປະສານສົບກັບຂັ້ນເທິງຢ່າງເປັນປົກກະຕິ, ເຮັດໃຫ້ສັນຍາຈັດຊື້-ຈັດຈ້າງມອບເໝົາຜະລິດເຄື່ອງນຸ່ງຫົ່ມ ແລະ ເຄື່ອງ
ຮັບໃຊ້ເຮືອນຄົວຂອງກອງທັບ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ທັນເວລາ, ຄົບຖ້ວນ
ດ້ານຈໍານວນ ແລະ ມີຄຸນນະພາບທີ່ດີ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 21/04/2025