ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຜົນສໍາເລັດ 5 ໂຄງການຄົ້ນຄວ້າວຽກງານ ວິທະຍາສາດເຕັກໂນໂລຊີ
ແລະ ສິ່ງແວດລ້ອມ ສົກ 2024-2025


    ວັນທີ 17 ຕຸລາ 2025 ນີ້, ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງ
ປ້ອງກັນປະເທດ ໄດ້ສະຫຼຸບຜົນສຳເລັດ 5 ໂຄງການຄົ້ນຄວ້າວຽກງານວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສົກ 2024-2025 ໂດຍ
ພາຍໃຕ້ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີແຂກ
ຖືກເຊີນມາຈາກຄະນະວິສາວະກຳເອເລັກໂຕຣນິກ ມະຫາວິທະຍາໄລແຫ່ງຊາດ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະກົມ,
ຄະນະຫ້ອງ, ພະແນກການ ຕະຫຼອດຮອດພະນັກງານ-ນັກຮົບ ພາຍໃນຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສັນຕິ ຫຼຽມຜີ ຫົວໜ້າຫ້ອງວິທະຍາທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຜ່ານບົດສະຫຼຸບຜົນສຳເລັດ 5 ໂຄງ
ການຄົ້ນຄວ້າວິທະຍາສາດການທະຫານ ຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ, ອີງຕາມ ພາລະບົດບາດ ແລະ ໜ້າທີ່ ຂອງກົມວິ
ທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງເປັນເສນາທິການທາງດ້ານການຄົ້ນຄວ້າ ກ່ຽວກັບວຽກງານວິທະຍາສາດ ການທະຫານ, ຄົ້ນຄວ້າ
ບັນຫາອັນໃໝ່ ກ່ຽວກັບການພັດທະນາກອງທັບໃນສະເພາະໜ້າ ແລະ ຍາວນານ, ອີງຕາມ ການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນການ
ອະນຸມັດໃຫ້ດຳເນີນການຄົ້ນຄວ້າໂຄງການວິທະຍາສາດ ການທະຫານ ໃນສົກ 2024-2025 ຈຳນວນ 5 ໂຄງການ, ອີງຕາມ ຜົນດຳເນີນຕົວຈິງ
ມາຮອດປັດຈຸບັນໄດ້ສຳເລັດຕາມແຜນການ ເຊິ່ງໄດ້ສະຫຼຸບຜົນສຳເລັດ ຂອງບັນດາໂຄງການຄົ້ນຄວ້າ ໃນສົກ 2024-2025 ລາຍລະອຽດມີດັ່ງນີ້:
1. ໂຄງການຄົ້ນຄວ້າສ້າງແກັບລະເບີດເອເລັກໂຕຣນິກ ນຳໃຊ້ໃນການສູ້ຮົບ, 2. ໂຄງການເຜີຍແຜ່ ແລະ ສ້າງຈິດສຳນຶກດ້ານການປົກປັກຮັກສາສິ່ງ
ແວດລ້ອມ ໃນກອງທັບປະຊາຊົນລາວ ໄລຍະທີ I, 3. ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການດ້ານສິ່ງແວດລ້ອມ ໃນກອງທັບ
ຄັ້ງ I, 4. ໂຄງການຄົ້ນຄວ້າສ້າງຖານຂໍ້ມູນປ້ອງກັນຊາດ ໃນແຜນທີ່ເອເລັກໂຕຣນິກ, 5. ໂຄງການຄົ້ນຄວ້າໂປຣແກຣມສຳເນົາເອກະສານ ຂາ
ເຂົ້າ-ຂາອອກ. ໂອກາດນີ້, ຍັງໄດ້ຮັບຟັງຄຳໂອ້ລົມຈາກສະຫາຍຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຕື່ມອີກ.

ແຫຼ່ງຂ່າວໂດຍ ນາງ ພອນ ເພັດສຸລິນທອງ
ວັນທີ 21/10/2025