
ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການກົມການສູນກາງ ພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ 22/1/2026
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ວາງທິດທາງແຜນວຽກຈຸດສຸມ ປີ 2026 ໄດ້
ຈັດຂຶ້ນໃນ ວັນທີ 22 ມັງກອນ 2026 ນີ້, ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາ
ລຽງ ອຸທະໄກສອນ ກໍາມະການກົມການສູນກາງ ພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ບັນ
ດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ກອງພົນ, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງກໍາລັງຫຼວງ-ກໍາລັງ
ທ້ອງຖິ່ນ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນດໍາເນີນຂຶ້ນໃນທ່າມກາງບັນຍາ
ກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດພວມສະເຫຼີມສະຫຼອງຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ແລະ ວັນສ້າງຕັ້ງທັບປະຊາຊົນລາວ ຄົບຮອບ 77 ປີ, ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດ ວຽກງານໃນ
ປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກ ກໍຄື ບັນດາກົມກອງທີ່ໄດ້ຈັດຕັ້ງປະຕິບັດ
ໃນປີຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມກັນຄົ້ນຄວ້າເປັນເອກະ
ພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026. ພ້ອມທັງຮຽກຮ້ອງໃຫ້ບັນດາ ສະຫາຍຈົ່ງຍົກສູງຄວາມຮັບຜິດຊອບ, ເປັນ
ເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄໍາເຫັນໃສ່ເນື້ອໃນຕ່າງໆ ຂອງກອງປະຊຸມ
ໃນຄັ້ງນີ້ ໃຫ້ມີຜົນສໍາເລັດເປັນຢ່າງດີ, ເນັ້ນໜັກໃຫ້ຜູ້ແທນກອງປະຊຸມຕ້ອງຍົກສູງຈິດໃຈຄວາມເປັນເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ
ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ; ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່
ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງວຽກງານຈຸດສຸມໃນປີ 2026 ໃຫ້ແທດເໝາະກັບສະພາບຕົວຈິງຂອງກອງທັບປະຊາຊົນລາວ, ບົນພື້ນຖານ
ການຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸ, ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນ
ຕົວຈິງ.
ຈາກນັ້ນ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະພັກປະຈຳກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງ
ປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຊາດ ປະຈໍາປີ 2025 ແລະ ທິດທາງແຜນຈຸດສຸມ ປະຈໍາປີ 2026, ໂດຍໄດ້ຍົກໃຫ້
ເຫັນບັນດາຜົນງານ ຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດວຽກງານປ້ອງກັນໃນປີຜ່ານມາ, ພ້ອມນີ້, ກອງປະຊຸມຍັງ
ຈະໄດ້ຮັບຟັງບົດປະກອບຄຳເຫັນຈາກບັນດາຜູ້ແທນ 4 ກົມໃຫຍ່, ທີ່ປຶກສາທູດປ້ອງກັນຊາດລາວປະຈຳຣາຊະອະນາຈັກໄທ, ກຳປູເຈຍ ແລະ
ຜູ້ແທນຈາກກຳລັງຫຼວງ, ກຳລັງທ້ອງຖິ່ນຈຳນວນໜຶ່ງ, ຈາກນັ້ນຍັງຈະໄດ້ຮັບຟັງການສະເໜີບັນດາເອກະສານ ເຊື່ອມຊຶມ ແລະ ຜັນຂະຫຍາຍ
ມະຕິກຳການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ, ເອກະສານ ເພີ່ມທະວີນຳພາແນວຄິດສົ່ງ
ເສີມສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ, ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ ຕໍ່ການເລືອກຕັ້ງສະມາ
ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V ທີ່ຈະສະເໜີໂດຍສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາ
ທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຕີ ແສງມະນີວອນ
ຄຳມະນີ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕື່ມອີກ. ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 2 ວັນ
(22-23 ທັນວາ 2026) ຈຶ່ງຈະສໍາເລັດ.
ແຫຼ່ງຂ່າວໂດຍ ຈິດ ເພັດພູທອງ
ວັນທີ 22/01/2026