ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອະນຸສອນສະຖານ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ


ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະຫານ ​ໃຫ້​ສຳພາດ​ນັກ​ຂ່າວ

    ເພື່ອເປັນການລະນຶກບຸນຄຸນ ແລະ ຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາ
ພັດທະນາປະເທດຊາດຕະຫຼອດຊີວິດ ຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ. ດັ່ງນັ້ນ ພັກ-ລັດຖະບານ ແລະ ກະຊວງປ້ອງກັນປະ
ເທດ ຈຶ່ງໄດ້ຕົກລົງສ້າງ ອະນຸສອນສະຖານຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເພື່ອໄວ້ໃຫ້ຮຸ່ນລູກຫຼານ, ພະນັກງານ-ນັກຮົບ,
ປະຊາຊົນ ແລະ ຄົນຮຸ່ນຫຼັງຜູ້ສືບທອດພາລະກິດປະຕິວັດ ໄດ້ສຶກສາ, ຈາລຶກບຸນຄຸນ, ຄຸນງາມຄວາມດີ ທີ່ທ່ານໄດ້ສ້າງໄວ້ເປັນມໍລະດົກ
ຕົກທອດໃຫ້ພວກເຮົາ.

     ໃນໂອກາດເຂົ້າຮ່ວມພິທີມອບ-ຮັບໂຄງການ ແລະ ເປີດນໍາໃຊ້ອະນຸສອນສະຖານຮູບຫຼໍ່ ແລະ ຫໍມູນເຊື້ອ ຂອງທ່ານ ພົນເອກ ສີສະ
ຫວາດ ແກ້ວບຸນພັນ, ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາ ສາດ-ປະ ຫວັດສາດການທະຫານ ໄດ້ໃຫ້ສໍາ
ພາດຕໍ່ນັກຂ່າວໜັງສືພິມກອງທັບວ່າ: ເມື່ອເຫັນໄດ້ຄວາມໝາຍ ຄວາມສໍາຄັນດັ່ງກ່າວນັ້ນ, ໂດຍໄດ້ຮັບການຕົກລົງເຫັນດີຂອງຂັ້ນ
ເທິງ ກໍຄື ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ ຈຶ່ງໄດ້ປະສານສົມທົບກັບ
ຄະນະພັກ, ອົງການປົກຄອງແຂວງຫົວພັນ ແລະ ອົງການ, ຂະແໜງການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ, ບໍລິສັດຜູ້ຮັບເໝົາກໍ່
ສ້າງດໍາເນີນໂຄງການກໍ່ສ້າງໃສ່ຊື່ວ່າ: “ໂຄງການກໍ່ສ້າງຮູບປັ້ນຫຼໍ່ ແລະ ອະນຸສອນ ພົນເອກ ສີສະຫວາດ ແກ້ວບຸນພັນ ຢູ່ເມືອງຊໍາເໜືອ
ແຂວງຫົວພັນ” ເຊິ່ງເປັນບ້ານເກີດເມືອງນອນຂອງເພິ່ນເອງ. ໂຄງການກໍ່ສ້າງຮູບປັ້ນຫຼໍ່ ແລະ ອະນຸສອນສະຖານ ພົນເອກ ສີສະຫວາດ
ແກ້ວບຸນພັນ ໄດ້ດໍາເນີນເປັນເວລາ 7 ເດືອນ ເຊິ່ງໄດ້ແບ່ງອອກເປັນ ສອງໜ້າວຽກໃຫຍ່ຄື: ໜ້າວຽກທີ 1: ຫຼໍ່ຮູບປັ້ນຈໍາລອງ: ຮູບປັ້ນ
ຫຼໍ່ຈໍາລອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໂດຍແມ່ນ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ
ເປັນຜູ້ອອກແບບ ແລະ ໄດ້ມອບໃຫ້ບໍລິສັດສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈໍາກັດ ເປັນຜູ້ຫຼໍ່ດ້ວຍທອງສໍາລິດ,
ມີລວງສູງ 3 ແມັດ ນໍ້າໜັກ 1,6 ໂຕນ. ຫຼັງຈາກຫຼໍ່ສໍາເລັດ ກໍໄດ້ເຄື່ອນຍ້າຍຈາກນະຄອນຫຼວງວຽງຈັນ ຂຶ້ນມາປະດິດສະຖານ ທີ່ ເມືອງ
ຊໍາເໜືອ ແຂວງຫົວພັນໃນ ວັນທີ 15 ມັງກອນ 2025. ໜ້າວຽກທີ 2: ການກໍ່ສ້າງສະຖານທີ່ອະນຸສອນ ໄດ້ກໍານົດເອົາສະຖານທີ່ສວນ
ມິດຕະພາບຫົວພັນ ແທັງຮວ່າ ມີເນື້ອທີ່ທັງໝົດ 4.500 ແມັດກາເລ. ການກໍ່ສ້າງ ໄດ້ເລີ່ມແຕ່ວັນທີ 18 ກໍລະກົດ 2024 ເຖິງວັນທີ
15 ທັນວາ 2025 ເຊິ່ງໄດ້ແບ່ງ ອອກເປັນໄລຍະກໍ່ສ້າງຄື: ໄລຍະທີ 1 ກໍ່ສ້າງແທນສະຖິດຮູບປັ້ນຫຼໍ່ ມີຂະໜາດ 2 x 2 ແມັດ, ລວງສູງ
ຂອງແທ່ນ 3,25 ແມັດ ແທ່ນສະຖິດດັ່ງກ່າວໄດ້ສໍາເລັດໃນເບື້ອງຕົ້ນ ແມ່ນການປະດັບປະດາຕົບແຕ່ງແທ່ນສະຖິດບໍ່ທັນລະອຽດ, ພາຍ
ຫຼັງໄດ້ກວດກາເອກະພາບນໍາຄະນະຮັບຜິດຊອບໂຄງການແລ້ວຈຶ່ງໄດ້ສະເໜີບໍລິສັດປັບປຸງຄືນ ແລະ ຕົບແຕ່ງເຊັ່ນຍົກແທ່ນຢືນຂຶ້ນຕື່ມ
50 ຊັງຕີແມັດ ໂດຍໄດ້ຕົບແຕ່ງເປັນກີບບົວ ທີ່ສະຫງ່າງາມ ແລະ ສະລັກລາຍລາວຢູ່ທາງເບື້ອງຕີນຂອງແທ່ນ. ລວມມູນຄ່າການກໍ່ສ້າງ
ທັງຮູບປັ້ນຫຼໍ່ ແລະ ແທ່ນສະຖິດ 9.299.390.000 ກີບ. ໄລຍະທີ 2: ການສ້ອມແປງເດີ່ນ ແລະ ກໍ່ສ້າງຫໍມູນເຊື້ອ ການສ້ອມແປງເດີ່ນ
ປູດ້ວຍຫີນອ່ອນຕາມແບບເດີມ ຂອງສວນມິດຕະພາບຫົວພັນ-ແທັງຮວ່າ, ໃຊ້ເວລາກໍ່ສ້າງ 1 ເດືອນກວ່າ ຈິ່ງສໍາເລັດ. ໂຄງການກໍ່ສ້າງ
ຫໍມູນເຊື້ອ: ໄປຄຽງຄູ່ກັບການສ້ອມແປງເດີ່ນ, ທາງບໍລິສັດໄດ້ສ້າງຫໍມູນເຊື້ອໄປພ້ອມກັນ. ຫໍມູນເຊື້ອມີຂະໜາດ 6x8 ແມັດ ໄດ້ເລີ່ມ
ກໍ່ສ້າງແຕ່ວັນທີ 3 ສິງຫາ 2025 ເຖິງ ວັນທີ 16 ທັນວາ 2025 ໄດ້ສໍາເລັດ ລວມມູນຄ່າທັງສ້ອມແປງເດີ່ນ ແລະ ກໍ່ສ້າງຫໍມູນເຊື້ອ
10.600.980.000 ກີບ.

     ໂຄງການກໍ່ສ້າງຮູບປັ້ນຫຼໍ່, ອະນຸສອນ ແລະ ຫໍມູນເຊື້ອ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງແມ່ນຢູ່ໃນຄວາມຮັບຜິດຊອບ
ສົມທົບທຶນຮອນຂອງລັດຖະບານ ແລະ ກະຊວງປ້ອງກັນປະເທດ. ໃນນາມເຈົ້າຂອງ ໂຄງການ ກົມ ວສ-ປສ ການທະຫານ ຂໍຮັບເອົາຜົນ
ສໍາເລັດ ທີ່ບໍລິສັດຜູ້ຮັບເໝົາມອບໃຫ້ ແລະ ກະຊວງປ້ອງກັນປະເທດ ກໍໄດ້ມອບຕໍ່ໃຫ້ຄະນະພັກ-ອົງການປົກຄອງແຂວງຫົວພັນ ເປັນຜູ້
ຄຸ້ມຄອງ ປົກປັກຮັກສາໃຫ້ສະອາດຈົບງາມ ເພື່ອເປັນບ່ອນສັກກະລະບູຊາໃຫ້ແກ່ຄົນຮຸ່ນຫຼັງ ກໍຄືແຂກພາຍໃນ ແລະ ຕ່າງປະເທດທີ່ມາ
ທ່ອງທ່ຽວແຂວງຫົວພັນວິລະຊົນແຫ່ງນີ້.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 23/12/2025