ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະບໍລິຫານງານພັກ
ໂຮງຮຽນກໍ່ສ້າງນາຍສິບເລກ 1


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍພະລາທິການກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 29/01/2026

    ພິທີປະກາດການບົ່ງຕົວປ່ຽນແທນກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ
2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫ່ຍພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ ຫົວໜ້າການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1,
ມີຕາງໜ້າກົມຈັດຕັ້ງພັກ, ຄະນະພັກ-ຄະນະອຳນວຍການໂຮງຮຽນ, ຄະນະພັກຮາກຖານ, ຄະນະໜ່ວຍພັກ,ຕະຫຼອດຮອດສະມາຊິກພັກສົມ
ບູນ-ສຳຮອງ ທົ່ວໂຮງຮຽນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄຳໝັ້ນ ມິດສຸພົນ ຕາງໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງ
ປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໃນນີ້ ຕົກລົງແຕ່ງຕັ້ງ
ສະຫາຍ ພັນໂທ ບຸນສົດ ມາລິຍາ ຫົວໜ້າຫ້ອງເຕັກນິກ ເປັນກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1, ປ່ຽນແທນ
ສະຫາຍ ພັນເອກ ບຸນທັນ ແຕງອ່ອນສີ ພັກການຮັບບຳນານ, ແຕ່ງຕັ້ງ ສະຫາຍ ພັນໂທ ສົມຈິດ ພູມີພົນ ຮອງຫົວໜ້າຫ້ອງການເມືອງ ເປັນ
ກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1, ປ່ຽນແທນ ສະຫາຍ ພັນໂທ ສີທອງ ຄຳ ສີສະຫວັດ ພັກການຮັບບຳນານ,
ແຕ່ງຕັ້ງ ສະຫາຍ ພັນໂທ ຄຳພຸດ ເພັດດາລາ ຮອງຫົວໜ້າຫ້ອງພະລາທິການ ເປັນກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບ
ເລກ 1, ປ່ຽນແທນ ສະຫາຍ ພັນເອກ ບຸນຈັນ ໂສລາວັນ ພັກການຮັບບຳນານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສຸກໃຫວ ພິຈິດ ຮອງຫົວໜ້າ
ຫ້ອງການໂຮງຮຽນ ເປັນກຳມະການຄະນະບໍລິຫານງານພັກ ໂຮງຮຽນກໍ່ສ້າງນາຍສິບເລກ 1, ປ່ຽນແທນ ສະຫາຍ ພັນເອກ ອານຸສອນ ຫົງສະ
ຫັວນ ເສຍຊີວິດ.

     ໂອກາດນີ້ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໄລຍະຜ່ານມາ, ພ້ອມທັງມີຄຳເຫັນ
ວ່າ: ການປັບປຸງລະບົບໂຄງຮ່າງການຈັດຕັ້ງໃນຄັ້ງນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງວຽກງານລວມ ເປັນກົດເກນ ແລະ ພາວະວິໄສ ເມື່ອ
ຮອດກຳນົດເວລາຕ້ອງມີການປັບປຸງຊັບຊ້ອນປ່ຽນແທບເພື່ອສືບທອດພາລະກິດອັນໃຫຍ່ຫຼວງກວ່າເກົ່າ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະ
ບັນຊາແຕ່ລະຂັ້ນ, ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບມີຄວາມ
ໜັກແໜ້ນ ເຂັ້ມແຂງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນເຈົ້າການຊີ້ນຳ-ບັນຊາກົມກອງໃຫ້ແທດເຖິງຕົວ
ຈິງ, ແບບແຜນວິທີເຮັດວຽກຕ້ອງລະອຽດ ມີຄວາມເປັນເອກະພາບ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 3
ທິດນຳ 5 ຫຼັກການຂອງພັກ, ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ແລະ ກໍ່ສ້າງພະນັກ
ງານ 3 ລຸ້ນ ເພື່ອສືບທອດປ່ຽນແທນໃຫ້ກົມກອງມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຮ.ອ ນ້ອຍຈັນໄພ ແກ້ວວັນເຮືອງ
ວັນທີ 29/01/2026