ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

2 ບໍລິສັດ ມອບເງິນອຸປະຖຳ ກະຊວງປ້ອງກັນປະເທດ


    ໃນວັນທີ 24 ພະຈິກ 2022 ນີ້, ທ່ານ ສີວອນ ເພັດມີໄຊ ປະທານ ບໍລິສັດ ຍອດຈະເລີນ ກໍ່ສ້າງ ແລະ ທ່ານ ພູວອນ ຈັນມາລາ ປະທານບໍລິສັດ ວຽງ ວອນ ຈຳກັດ ໄດ້ນຳເອົາເງິນສົດ 80 ລ້ານກີບ ມາມອບໃຫ້ກະຊວງປ້ອງກັນປະເທດ. ​ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ 2022” ແລະ ປະກອບສ່ວນຊຸກຍູ້ນັກກິລາຂອງກະຊວງປ້ອງກັນປະເທດ ທີ່ເຂົ້າຮ່ວມງານແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ.

     ຕາງໜ້າໃຫ້ຄະນະຮັບຜິດຊອບບັ້ນຊ້ອມຮົບຮ່ວມ ລາວ-ຣັດເຊຍ ກ່າວຮັບໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ຕາງໜ້າໃຫ້ຄະນະທີມນັກກິລາກອງທັບ, ກ່າວຮັບໂດຍ ທ່ານ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ.

     ໂອກາດນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ສະແດງຄວາມຂອບໃຈນຳ ກຸ່ມບໍລິສັດ ຍອດຈະເລີນ ກໍ່ສ້າງ ແລະ ບໍລິສັດ ວຽງວອນ ຈຳກັດ ທີ່ໄດ້ນຳເອົາວັດຖຸປັດໄຈມາມອບໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານລວມ ຂອງກະຊວງປ້ອງ ກັນປະເທດ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເງິນຈຳນວນດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

ແຫຼ່ງທີ່ມາ: ອາຫວຸ້ນ
ວັນທີ 28/11/2022