ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສົ່ງຄະນະນັກກິລາກະຊວງປ້ອງກັນປະເທດ
ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຊຽງຂວາງເກມ


    ພິທີສົ່ງຄະນະນັກກິລາກະຊວງປ້ອງກັນປະເທດ ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ  XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ຈັດຂຶ້ນຢ່າງເປັນ ທາງການ ໃນວັນທີ 28 ພະຈິກ 2022 ນີ້,ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການ, ຄະນະຮັບຜິດຊອບນັກກິລາ, ຄູເຝິກ ແລະ ນັກກິ ລາເຂົ້າຮ່ວມ.

     ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າການທະຫານກອງກິລາກອງທັບ ໄດ້ຂຶ້ນລາຍງານຫຍໍ້ຄວາມພ້ອມໃນການເຂົ້າຮ່ວມງານມະຫະກຳ
ກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ເຊິ່ງກະຊວງປ້ອງກັນປະເທດໄດ້ສົ່ງນັກກິລາເຂົ້າຮ່ວມ ທັງໝົດ 259 ສະຫາຍ, ມີ 16 ປະເພດກິ ລາ, 18 ລາຍການແຂ່ງຂັນ, ນັກ​ກິລາ​ສ່ວນຫຼາຍແມ່ນນັກກິລາຢູ່ກອງກິລາກອງທັບ ນອກນັ້ນ, ຍັງມີນັກກິລາມາຈາກກອງພົນທີ 2, ກອງພົນທີ 4, ກອງພັນ ໃຫຍ່ 11, 279, 702, 641, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ, ກົມ 213, ບັນດາວິທະຍາຄານ, ມະຫາໄລ, ໂຮງຮຽນ 307, 301 ແລະນັກຮຽນ, ນັກ ສຶກສາ, ປະຊາຊົນອ້ອມຂ້າງຈຳນວນໜຶ່ງຕື່ມອີກ. ຜ່ານການຫັດແອບ-ເຝິກຊ້ອມ ເຫັນວ່ານັກກິລາແຕ່ລະປະເພດໄດ້ເອົາໃຈໃສ່ຫັດແອບ-ເຝິກຊ້ອມເປັນທີມ, ຕາມຕາຕະລາງ, ຕາມໂມງເວລາ ແລະ ປະຕິບັດຂໍ້ກຳນົດໃນການນອນສູນໄດ້ເປັນຢ່າງດີ. ມາຮອດປັດຈຸບັນການກະກຽມຄວາມພ້ອມທາງດ້ານຈິດໃຈ, ພາ ລະກຳລັງ, ເຕັກນິກ-ຍຸດທະວິທີ ແລະ ວຽກງານຮັບປະກັນອື່ນໆ ຂອງນັກກິລາກອງທັບແມ່ນມີຄວາມພ້ອມ 100 % ທີ່ເຂົ້າຮ່ວມແຂ່ງຂັນ ແລະ ຍາດເອົາໄຊ ຊະນະ ( ຮັກສາແຊ້ມເປັນເຈົ້າຫຼຽນຄຳ ) ມາສູ່ກະຊວງປ້ອງກັນປະເທດ ຕາມແຜນການຄາດກະໄວ້.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ລົມເນັ້ນໜັກໃຫ້ນັກກິລາແຕ່ລະສະຫາຍຕ້ອງເອົາໃຈໃສ່ເຝິກຊ້ອມເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍ ສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເຊິ່ງການສ້າງຜົນງານ ຫຼື ສ້າງຊື່ສຽງໃຫ້ກັບປະເທດຊາດ ກໍຄືຍາດໄດ້ຜົນງານມາສູ່ກອງທັບແມ່ນ ກຽດສັກສີຂອງກອງທັບ, ຂອງລວມໝູ່ ແລະ ຂອງຕົນເອງ. ຄະນະຮັບຜິດຊອບ ແລະ ຄູເຝິກກໍຕ້ອງໄດ້ສຶກສາຮ່ຳຮຽນເອົາປະສົບການ, ເຕັກນິກນຳປະເທດ ເພື່ອນມິດ ເພື່ອນຳເອົາບົດຮຽນມາປັບປຸງນັກກິລາ, ກົມກອງ, ປັບປຸງຕົນເອງໃຫ້ນັບມື້ນັບດີຂຶ້ນ. ຫຼີ້ນກີລາແມ່ນເພື່ອເຮັດໃຫ້ສຸຂະພາບແຂງແຮງ, ກິລາແມ່ນ ກຽດສັກສີຂອງບຸກຄົນ ແລະ ລວມໝູ່ ດັ່ງນັ້ນ, ບັນດາສະຫາຍຕ້ອງຍົກສູງຄວາມ ຮັບຜິດຊອບຂອງຕົນໃນການເຮັດໜ້າທີ່ການເມືອງຂອງຕົນດ້ວຍການ ເຝິກແອບ, ຮ່ຳຮຽນ ແລະ ເຝິກຊ້ອມໃຫ້ມີຄວາມຊຳນິຊຳນານ, ໃຫ້ເກັ່ງ, ການແຂ່ງຂັນກໍຕ້ອງເປັນແບບຢ່າງໃຫ້ແກ່ທຸກຫົວໜ່ວຍນັກກິລາຂອງບັນດາແຂວງ ອື່ນ ແລະ ບັນດາກະຊວງອື່ນ, ຮູ້ເສຍ-ຮູ້ຊະນະ, ມີນ້ຳໃຈນັກກິລາ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງໃຫ້ສົມກັບເປັນນັກກິລາຈາກກຳລັງປະກອບອາວຸດ ທີ່ມີລະບຽບວິໄນຢ່າງເຂັ້ມງວດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/11/2022