ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່ ​ສປ ຈີນ


    ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ໄດ້​ເດີນທາງ​ໄປ​ພົບ​ປະ​ເຮັດ​ວຽກ​ກັບ​ຜູ້​ບັນຊາ​ການ​ທະຫານ​ເຂດ​ສູ້​ຮົບ​ພາກ ​ໃຕ້, ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ຄັ້ງ​ທີ 3, ໃນ​ລະ​ຫວ່າ​ງວັນ​ທີ 27-30 ພະຈິກ 2022 ນີ້.

     ກ່ອນ​​ເຂົ້າ​ກອງປະຊຸມພົບ​ປະສອງ​ຝ່າຍ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວ ໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ, ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ຫຼັກ​ໝາຍ​ຊາຍ​ແດນ ຫຼັກ​ທີ 29 ໂດຍ​ຫຍໍ້ ຈາກ​ຫົວໜ້າ​ກອງຮ້ອຍ​ທະ ຫານ​ຊາຍ​ແດນ 315 ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ແລະ ທັງ​ສອງ​ຝ່າຍ​ຍັງ​ໄດ້​ທາ​ສີແດງ​ໃສ່​ຕົວ​ໜັງສື​ຢູ່​ໃນ​​ຫຼັກ​ໝາຍ, ຄະນະ​ທັງ​ສອງ​ຝ່າຍ​ໄດ້​ເດີນທາງ​ໄປ​ ກອງຮ້ອຍ​ທະຫານ​ຊາຍ​ແດນເບື້ອງ​ຈີນ ພ້ອມ​ທັງ​ທ່ຽວ​ຊົມ​ການ​ປະກອບ​ຂອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ ແລະ ປູກ​ຕົ້ນໄມ້​ມິດຕະພາບ​ຮ່ວມ​ກັນ. ຫຼັງ​ຈາກ​ ນັ້ນ​ຄະນະ​ທັງ​ສອງ​ຝ່າຍ​ໄດ້​ເດີນທາງ​ໄປ​ຍັງ​ໂຮງແຮມ ຈີງ​ຫຼານ ຢູ່​ເມືອງ​ຫຼ້າ ​ສປ ຈີນ ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະ​ສອງ​ຝ່າຍ, ຝ່າຍ​ລາວ​ນຳ​ຄະນະ​ໂດຍ ສະ ຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ພ້ອມ​ຄະນະ, ຝ່າຍ​ຈີນ​ນຳ​ຄະນະ​ໂດຍ ສະຫາຍ ພົນ​ເອກ ຫວາງ​ສິ້ວ​ປິນ ຜູ້​ບັນຊາ​ການ​ທະຫານ​ເຂດ​ສູ້​ຮົບ​ພາກ​ໃຕ້, ກອງ ທັບ​ປັດ​ປ່ອຍ​ປະຊາຊົນ​ຈີນ ພ້ອມ​ຄະນະ. ກ່ອນ​ອື່ນ​ສະຫາຍ ພົນ​ເອກ ຫວາງ​ສິ້ວ​ປິນ ໄດ້​ກ່າວ​ສະແດງ​ຄວາມ​ຍີນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ແລະ ເປັນ​ກັນ​ເອງ ພ້ອມ​ທັງ​ແນະນຳ​ຄະນະ​ຜູ້​ແທນ​ຝ່າຍ​ຈີນ​ໃຫ້​ຝ່າຍ​ລາວ​ໄດ້​ຮັບ​ຊາບ​ຕື່ມ​ອີກ.

     ໂອກາດ​ນີ້ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກໍໄດ້​​ສະແດງ​ຄວາມ​ຂອບໃຈ​ເປັນ​ຢ່າງ​ສູງ​ຕໍ່​ຝ່າຍ​ຈີນ​ທີ່​ໃຫ້ການ​ຕ້ອນ​ເປັນ​ຢ່າງ​ດີ, ມີ​ບັນຍາກາດ​ແຫ່ງ​​ ຄວ​າມສາມັກຄີ​ຮັກແພງ​ອັນ​ສະໜິດສະໜົມ, ອົບ​ອຸ່ນ, ໄມຕີ​ຈິດ​ມິດຕະພາບ​ອັນ​ດູດດື່ມ​ຖານ​ສະຫາຍ​ອ້າຍ​ນ້ອງບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ນຳ​ກັນ​ຕະຫຼອດ​ມາ, ພ້ອມ​ທັງ​ແນະນຳ​ຄະນະ​ຜູ້​ແທນ​ຝ່າຍ​ລາວ​ໃຫ້​ຝ່າຍ​ຈີນ​ໄດ້​ຮັບ​ຊາບ. ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງການ​ພົບ​ປະ​ໃນ​ຄັ້ງ​ນີ້ ໂດຍ​ສະເພາະ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ ​ສອງ​ກອງທັບ​ ລາວ-ຈີນ, ກໍຄື​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ປະຊາຊົນ​ລາວ ກັບ ຜູ້​ບັນຊາ​ການ​ທະຫານ​ເຂດ​ສູ້​ຮົບ​ພາກ​ໃຕ້ ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ໄດ້​ຮັບ​ການ​ເພ່ີມ​ທະວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງເຂົ້າ​ສູ່​ລວງ​ເລີກ, ເປັນຕົ້ນ​ແມ່ນ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ ນັບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່ນ, ໄປມາຫາສູ່​ ຢ້ຽມຢາມ​ເຊິ່ງ​ກັນ ແລະ ກັນ, ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ດ້ານ​ຕ່າງໆ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ໃນ​ທຸກ​ຂະແໜງການ ເສດຖະກິດ​ວັດທະນະທຳ-ສັງຄົມ ແລະ ໃນ​ຂົງເຂດ​ວຽກ​ງານ​ການເມືອງ ແລະ ຄວາມ​ໜັ້ນ​ຄົງ, ໄປ​ຄຽງ​ຄູ່​ກັນ​ນັ້ນ ການ​ພົວພັນ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ ​ ປ້ອງ​ກັນ​ຊາດ, ກໍ່​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ສິ່ງ​ທີ່​ພົ້ນ​ເດັ່ນ ແມ່ນ​ການ​ຮ່ວມ​ມື​ທາງ​ດ້ານ​ເຕັກນິກ​ການ​ທະຫານ, ການ​ກໍ່ສ້າງ-ບຳລຸງ​ຍົກລະດັບ​ໃຫ້​ ນາຍ ແລະ ພົນທະຫານ ຂະແໜງການ​ຕ່າງໆ​ຂອງ​ກອງທັບ​ປະຊາຊົນ​ລາວ ແລະ ການ​ຮ່ວມ​ມື​ໃນ​ການ​ຮັກສາ​ຄວາມ​ສະຫງົບ​ຮຽບ​ຮ້ອຍ​ຕາມ​ບໍລິເວນ​ຊາຍແດນ ເຮັດ​ໃຫ້​ຊາຍ​ແດນ​ຂອງ​ສອງ​ປະເທດ​ເປັນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ ແລະ ການ​ພັດທະນາ, ເຮັດ​ໃຫ້​ຊິວິດ​ຂອງ​ປະຊາຊົນ​ສອງ​ຊາດ​ ລາວ-ຈີນ ຢູ່​ ຕາມ​ບໍລິເວນ​ຊາຍ​ແດນ​ໄດ້​ຮັບ​ການ​ປັບປຸງ​ນັບ​ມື້​ດີ​ຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/11/2022