ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງພະລາທິການ ກອງພົນທີ 3 ຖືສໍາຄັນວຽກງານຮັບປະກັນລ້ຽງດູທັບ

     ສະຫາຍ ພັນເອກ ດາວວັນດີ ວົງພະຈິດ ຫົວໜ້າຫ້ອງພະລາທິການ ກອງພົນທີ 3 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານພະລາທິການ ຢູ່ກອງພົນທີ 3
ໄລຍະຜ່ານມາ ເຫັນວ່າ ມີທ່າ ກ້າວຂະຫຍາຍຕົວດີ ທັງນີ້ ກໍ່ຍ້ອນ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ
ດ້ວຍການຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ເຊິ່ງແຕ່ລະກົມກອງຮາກຖານ
ໄດ້ປັບປຸງກໍ່ສ້າງອາຄານສະຖານທີ່ ຄ້າຍຄູໃຫ້ແໜ້ນໜາຖາວອນ, ມີບ່ອນທຳການຜະລິດ ທີ່ແນ່ນອນ ໂດຍອາໄສທຶນຮອນ ຂອງຕົນ ບວກກັບງົບປະມານ
ທີ່ຂັ້ນເທິງ ສະໜອງໃຫ້ ໝູນໃຊ້ເຂົ້າ ໃນວຽກງານລວມ ເພື່ອຮັບປະກັນ ໃຫ້ແກ່ວຽກງານອົບຮົມ-ຫັດແອບ ແລະ ກຽມພ້ອມສູ້ຮົບ ເປັນຕົ້ນພາຫະນະເຕັກ
ນິກຮັບໃຊ້ ຂົນສົ່ງລຳລຽງສະບຽງອາຫານ, ຢາປິ່ນປົວພະຍາດ, ເຄື່ອງນຸ່ງຫົ່ມ ແລະ ວັດຖຸຮັບໃຊ້ຕ່າງໆ. ນອກນັ້ນ ຍັງມີຄວາມຮັບປະກັນ ໃນການເບີກຈ່າຍ
ເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປິ່ນປົວພະຍາດ; ດ້ານສະບຽງອາຫານ ຕາມລະບົບອັດຕາ ແຜນງົບປະມານ ທີ່ຂັ້ນເທິງ ຕອບສະໜອງ
ໃຫ້, ຈັດຕັ້ງການກິນດື່ມ ລວມໝູ່ເປັນປົກກະຕິ, ມື້ໜຶ່ງ ໄດ້ກິນເຂົ້າ 3 ຄາບ, ມີອາຫານ 3 ເຍື່ອງຂຶ້ນໄປ; ວຽກງານຮັບປະກັນສຸຂະພາບ ພະນັກງານແພດໝໍ
ໄດ້ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວິຊາສະເພາະ ຂອງຕົນ ຕາມການມອບໝາຍຂອງຂັ້ນເທິງ. ໃນປີຜ່ານມາ ໂຮງໝໍ ກອງພົນທີ 3 ໄດ້ຮັບຄົນເຈັບ ກວດ
ເຂດນອກ ທັງໝົດ 6.535 ເທື່ອຄົນ.

     ໃນນີ້, ມີປະຊາຊົນ 3.625 ເທື່ອຄົນ, ມີຜູ້ເຂົ້ານອນ ປິ່ນປົວ ທັງໝົດ 1.288 ເທື່ອຄົນ, ປະຊາ ຊົນ 595 ເທື່ອຄົນ, ປິ່ນປົວດີ 1.210 ເທື່ອຄົນ, ສົ່ງ
ຕໍ່ໂຮງໝໍອື່ນ 79 ເທື່ອຄົນ, ພະນັກງານ-ນັກຮົບ ກວດສຸຂະພາບແຂງແຮງ ກວມ 98%; ວຽກງານປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ລວມມີ 4 ໂຄງການຄື:
ໂຄງການກໍ່ສ້າງ ກອງພັນໃຫຍ່ 302 ດຳເນີນສຳເລັດ 25% ລວມມູນຄ່າ ການກໍ່ສ້າງ 107 ຕື້ກວ່າກີບ, ໂຄງການ ກໍ່ສ້າງຫ້ອງການກອງພົນ ເປັນອາຄານ 2
ຊັ້ນ ສຳເລັດ 29,23% ລວມມູນຄ່າການ ກໍ່ສ້າງ 7 ຕື້ ກວ່າກີບ, ໂຄງການກໍ່ສ້າງ ກອງພັນ 364 ສຳເລັດ 81,24% ລວມມູນຄ່າການກໍ່ສ້າງ 16 ຕື້ ກວ່າ
ກີບ, ໂຄງການກໍ່ສ້າງລະບົບນໍ້າປະປາສຳເລັດ 32,68% ລວມມູນຄ່າ 14 ຕື້ ກວ່າກີບ. ນອກນັ້ນ, ຍັງໄດ້ປັບປຸງກໍ່ສ້າງອາຄານສະຖານທີ່ ຫ້ອງການ ຢູ່ຂັ້ນ
ຮາກຖານ ຕາມເງື່ອນໄຂທ່າແຮງຂອງຕົນຕື່ມອີກ; ວຽກງານຜະລິດແກ້ໄຂຊີວິດ ການເປັນຢູ່ ທົ່ວກອງພົນ ມີເນື້ອທີ່ດິນ ທຳການຜະລິດທັງໝົດ 181,86
ເຮັກຕາ. ໃນນັ້ນ, ໄດ້ປູກຫຍ້າ ແນວພັນ 14 ເຮັກຕາ, ບົວລະບັດຮັກສາສວນຢາງພາລາ ທີ່ມີຈຳນວນ 4.982 ຕົ້ນ, ປາດຢາງເກັບກູ້ ໄດ້ 4,25 ໂຕນ ເປັນ
ເງິນ 33 ລ້ານກວ່າກີບ, ປູກໄມ້ ອຸດສາຫະກໍາ 6.200 ກວ່າຕົ້ນ, ຕົ້ນໄມ້ປະດັບ 5.086 ຕົ້ນ, ມີເນື້ອ ທີ່ນາ 19,1 ເຮັກຕາ ເກັບກູ້ເຂົ້າໄດ້ 22,85 ໂຕນ,
ປູກສາລີ ເກັບກູ້ໄດ້ 48 ໂຕນ, ເນື້ອທີ່ ປູກໝາກເດືອຍ 13,3 ເຮັກຕາ ເກັບກູ້ໄດ້ 44,26 ໂຕນ, ລ້ຽງສັດໃຫຍ່ ປະເພດຄວາຍ 11 ໂຕ, ງົວ 410 ໂຕ, ແບ້
507 ໂຕ, ໝູ 97 ໂຕ, ສັດປີກ 30.000 ກວ່າໂຕ, ມີໜອງປາ 63 ໜອງ ປ່ອຍປາ 139.760 ໂຕ, ຜະລິດ ນໍ້າດື່ມ ໄດ້ 44.343 ຕຸກ ແລະ ບໍລິການອື່ນໆ
ສາມາດສ້າງລາຍຮັບໄດ້ ທັງໝົດ 3.939.307.000 ກີບ.

     ສະຫາຍ ຫົວໜ້າຫ້ອງພະລາທິການ ກອງພົນທີ 3 ຍັງໃຫ້ຮູ້ຕື່ມອີກວ່າ: ແຜນການຄາດໝາຍສູ້ ຊົນຕໍ່ໜ້າຈະໄດ້ສືບຕໍ່ຍົກສູງ ນໍ້າໃຈ ເພິ່ງຕົນເອງ, ກຸ້ມ
ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຕາມທິດນໍາ ຂອງຂັ້ນເທິງ ວາງອອກ, ປົກປັກຮັກສາ ສັດລ້ຽງ ທີ່ມີແລ້ວໃຫ້ແຜ່ຂະຫຍາຍເພີ່ມ, ບຸກເບີກ
ເນື້ອທີ່ ທໍາການຜະລິດ ໃຫ້ຫຼາຍຂຶ້ນ ແລະ ບໍລິຫານໂຮງງານນໍ້າດື່ມ ແລະ ກິດຈະການອື່ນໆ ໃຫ້ເດີນແມ່ນແລ່ນສະດວກດີ ເພື່ອເປັນທຶນຮອນ ສະສົມເຂົ້າຄັງ
ລວມ ໃຫ້ນັບມື້ນັບຫຼາຍຂຶ້ນ ແນໃສ່ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ໃຫ້ຈົບງາມ ແໜ້ນໜາຖາວອນຕາມແບບວັດທະນະທໍາ ຂຶ້ນເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/03/2022