ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານ​ພະລາທິການ​ກອງ​ທັບ​ ປະກາດປະດັບ​ຊັ້ນ​ໃຫ້​ນາຍ​ທະຫານ


ສະຫາຍ ພັນເອກ ບຸນກ້ຽງ ວົງສາລາດ ເປັນປະທານພິທີປະດັບທຽບຊັ້ນ

     ທ້າຍເດືອນ ມິຖຸນາ ຜ່ານມານີ້, ວິທະຍາຄານພະລາທິການກອງທັບ ໄດ້ຈັດຕັ້ງພິທີປະດັບທຽບຊັ້ນໃໝ່ໃຫ້ນາຍທະຫານຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັນ
ເອກ ບຸນກ້ຽງ ວົງສາລາດ ເລຂາຄະນະພັກ, ຫົວໜ້າ ການເມືອງວິທະຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ 2 ກອງພັນ ແລະ ພະແນກ
ການທີ່ກ່ຽວຂ້ອງ, ຕະຫຼອດຮອດບັນດາສະຫາຍທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ສະຫາຍ ພັນຕີ ສຸກທະວີ ສຸລິວົງໄຊ ຮອງຫົວໜ້າ ພະແນກພະນັກງານ ວພກ ໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການປະດັບທຽບ
ຊັ້ນນາຍທະຫານທີ່ຮຽນຈົບວິຊາສະເພາະຂັ້ນປະລິນຍາຕີ, ຊັ້ນສູງຈາກສາຍລັດ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກທີ II,
ໝວດ 3, ມາດຕາ 19, 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບທຽບ ຊັ້ນເປັນນາຍທະຫານ ໃນນີ້ປະດັບທຽບຊັ້ນຮ້ອຍໂທ 14 ສະຫາຍ.

     ໂອກາດດັ່ງກ່າວ ສະຫາຍປະທານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກ
ໃຫ້ແຕ່ລະສະຫາຍເອົາໃຈໃສ່ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ຕັ້ງໜ້າດຸໝັ່ນຂະຫຍັນພຽນໃນການຄົ້ນຄ້ວາຮໍ່າຮຽນບັນດາມູນເຊື້ອ
ຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ຂອງຊາວໜຸ່ມ ແລະ ກົມກອງ. ຕ້ອງ ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປະຕິບັດ 7 ລະບອບ 18 ວຽກ
ຢ່າງເຂັ້ມງວດ ເພື່ອເຮັດໃຫ້ຕົນເອງກ້າວຂຶ້ນເປັນພະນັກງານສືບທອດຂອງກົມກອງ.