
ກອງພັນ 701 ຖືເອົາການປູກ-ການລ້ຽງເປັນສຳຄັນ

  
     ປະຕິບັດຕາມທິດນຳ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ  ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ເພື່ອປັບປຸງ, ກໍ່ສ້າງກົມກອງ ໃຫ້ມີຄວາມເຂັ້ມແຂງໜັກ
  ແໜ້ນ ໃນທຸກດ້ານ ໃນນັ້ນ, ວຽກງານແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ-ນັກຮົບ  ກໍແມ່ນໜຶ່ງ ໃນໜ້າທີ່ສຳຄັນ ຂອງກຳລັງເຮົາ, ເວົ້າສະເພາະຢູ່ກອງ
  ພັນ 701, ກອງພັນໃຫຍ່ 102 ກໍນັບວ່າເປັນກົມກອງຮາກຖານໜຶ່ງ ທີ່ມີບົດບາດ ພົ້ນເດັ່ນທາງດ້ານວຽກງານສ້າງພະລາທິການ  ກັບທີ່ ເພື່ອແກ້ໄຂຊີວິດ
  ການເປັນຢູ່ໄດ້ຢ່າງແຂງແຮງ ແລະ ມີທ່າກ້າວຂະຫຍາຍຕົວ.

     ຍ້ອນການຊີ້ນຳ ຂອງຄະນະພັກ-ຄະນະບັນຊາ  ກອງພົນ ກໍຄື ກອງພັນໃຫຍ່ 102 , ໂດຍມີຂໍ້ກຳນົດ, ແຈ້ງການ ແລະ ມະຕິຄຳສັ່ງ ຂອງ ຄະນະພັກ-ຄະ
    ນະບັນຊາ ຂັ້ນເທິງ ເປັນບ່ອນອີງພື້ນຖານ ໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ.  ກອງພັນ 701 ແມ່ນກົມກອງຮາກຖານໜຶ່ງ ທີ່ມີບົດບາດ ສຳຄັນໃນ
  ການເຄື່ອນໄຫວ ຮັບປະກັນ ເຮັດໃຫ້ຂອບເຂດກົມກອງ ຮັບຜິດຊອບ  ມີຄວາມສະຫງົບ ໂດຍພື້ນຖານ, ເຊິ່ງຍາມໃດ ຄະນະພັກ-ຄະນະບັນຊາ ກໍໄດ້ຊີ້ນຳ
  ບັນຊາກົມກອງປັບປຸງກໍ່ສ້າງກຳລັງ ອົບຮົມຫັດແອບ  ລະບຽບແບບແຜນ ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບ ຕາມຄຳສັ່ງຂອງຂັ້ນເທິງຮັບປະກັນ ດ້ານ
  ບຸກຕີ  ແລະ ຈັ້ງທ່າ, ປ້ອງກັນຈຸດຫຼໍ່ແຫຼມ, ປ້ອງກັນເປົ້າໝາຍ, ກໍ່ສ້າງຮາກຖານການ ເມືອງ ແກ້ໄຂປາກົດການຫຍໍ້ທໍ້  ຢູ່ຕາມຮາກຖານປະຊາຊົນ, ຕ້ານ ແລະ
  ສະກັດກັ້ນໄພພິບັດທາງທຳມະຊາດ ຕາມຂອບເຂດກົມກອງ ຜິດຊອບຕາມ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະ
  ເທດ  ວາງອອກ. ກອງພັນ 701 ປະກອບມີ 1 ຄະນະພັກຮາກຖານ, ມີ 3 ໜ່ວຍພັກຂຶ້ນກັບ. ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງພະນັກງານນັກຮົບໃນກົມ
  ກອງດີຂຶ້ນ  ແລະ ມີຄວາມເຂັ້ມແຂງ ເຮັດສຳເລັດ ໜ້າທີ່ການເມືອງ ແລະ ວິຊາສະເພາະ ຂອງຕົນນັ້ນ  ຄະນະພັກຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ ພະນັກງານ-
  ນັກຮົບ ທຳການຜະລິດ ແລະ ອອກແຮງງານ ໃຫ້ເປັນຂະບວນການ  ໂດຍປະຕິບັດ ຕາມຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ
  ດ້ວຍຕົນເອງ ອີງໃສ່ທ່າແຮງ ຂອງກົມກອງ.  ໃນນັ້ນ, ໄດ້ເລັ່ງໃສ່ການປູກຝັງ-ລ້ຽງສັດ ແລະ ຊອກແຫຼ່ງລາຍຮັບຈາກການບໍລິການຕ່າງໆ  ສາມາດສ້າງລາຍ
  ຮັບເຂົ້າຄັງລວມ ໃນແຕ່ລະປີ ຫຼາຍສົມຄວນ.

     ສະຫາຍ ຮ້ອຍໂທ ສາຄອນ ພວງເພັດ  ຫົວໜ້າພະລາທິການ ກອງພັນ ດັ່ງກ່າວໃຫ້ຮູ້ວ່າ: ໃນໄລ ຍະຜ່ານມາ ຄະນະພັກ-ຄະນະບັນຊາ ພວກເຮົາ  ໄດ້
    ສຸມໃສ່ການປູກ-ການລ້ຽງ ໄປພ້ອມກັບການຍູ້ແຮງຂະບວນການເພີ່ມພູນ ຜະລິດຜົນ  ເປັນບັນຫາທີ່ຂາດບໍ່ໄດ້, ໃນປີຜ່ານມາ ກົມກອງສາມາດກຸ້ມຕົນເອງ
  ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຈາກການ  ປູກກ້ວຍ, ປູກສາລີ, ປູກອ້ອຍຫວານ, ປູກໝາກເດືອຍ, ປູກເຂົ້ານາປີ, ປູກມັນຕົ້ນ, ພືດຜັກຊະນິດຕ່າງໆ
  ຕາມລະດູການ. ນອກນັ້ນຍັງໄດ້ລ້ຽງງົວ 8 ໂຕ, ລ້ຽງແບ້ 4 ໂຕ, ລ້ຽງໝູ 16 ໂຕ, ລ້ຽງສັດປີກ 915 ໂຕ, ລ້ຽງກົບ, ລ້ຽງປາດຸກພັນ  ເຊິ່ງສາມາດສ້າງລາຍ
  ຮັບຈາກການປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆ ໄດ້  163.579.000 ກີບ.  ໂດຍທຶນດັ່ງກ່າວນັ້ນໄດ້ໝູນໃຊ້ເຂົ້າ ໃນວຽກງານລວມເປັນຕົ້ນແມ່ນປັບ
  ປຸງກໍ່ສ້າງສະຖານທີ່ຄ້າຍຄູ, ທີ່ຢູ່ອາໄສ ສາງຄັງ ເຮືອນຄົວລວມ, ຫ້ອງການ, ປ່ຽນຖ່າຍເຄື່ອງໃຊ້ໄຟຟ້າ, ຫ້ອງນ້ຳໃຫ້ສະອາດຈົບງາມຕາມແບບວັດທະນະທຳ
  ຂຶ້ນ ເປັນກ້າວໆ.