ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 497 ປິດ​ການ​ແຂ່ງຂັນ​ກິລາ ປະຈຳ​ປີ 2020


ພິທີ​ປິດ​ຂະ​ບວນການ​ແຂ່ງຂັນ​ກິລາ ປະຈຳ​ປີ 2020

     ກອງພັນໃຫຍ່ 497 ໄດ້ປິດການແຂ່ງຂັນກີລາ ປະຈຳປີ 2020 ຂຶ້ນໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ຫົວໜ້າ ການເມືອງກອງພັນໃຫຍ່
497, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ, ພະນັກງານ-ນັກຮົບ ພ້ອມດ້ວຍນັກກີລາເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸວັນ ມະນີແສງ ຮອງຫົວໜ້າ ພະແນກການເມືອງກອງພັນໃຫຍ່ 497 ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນດັ່ງກ່າວແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ
ວັນບຸນປະຫວັດສາດສຳຄັນຂອງຊາດ, ຂອງກອງທັບ ແລະ ຊີງຂັນລາງວັນຄະນະພັກກອງພັນໃຫຍ່ 497 ປະຈຳປີ 2020 ເຊິ່ງມີ 4 ປະເພດກີລາ ຄື: ບານເຕະ, ບານສົ່ງ ຍິງ-
ຊາຍ, ເປຕັງ ຊາຍ-ຍິງ ແລະ ກະຕໍ້. ຜ່ານການແຂ່ງຂັນຜົນປາກົດວ່າບານເຕະຊາວໜຸ່ມ ທີ 1 ແມ່ນ ພະແນກເສນາ, ທີ 2 ກອງພັນ 428, ທີ 3 ກອງພັນ 424, ບານສົ່ງຊາຍ
ທີ 1 ພະແນກ ພະລາ, ທີ 2 ກອງພັນ 424, ທີ 3 ກອງພັນ 428, ກະຕໍ້ ທີ 1 ພະແນກພະລາ, ທີ 2 ພະແນກເສນາ, ທີ 3 ກອງຮ້ອຍກຳລັງໄຟ, ເປຕັງ ທີ 1 ກອງພັນ 428,
ທີ 2 ກອງຮ້ອຍກຳລັງໄຟ, ທີ 3 ພະແນກເສນາ, ບານສົ່ງ ຍິງ ທີ 1 ພະແນກບໍລິຫານ, ທີ 2 ພະແນກເສນາ+ພະແນກການເມືອງ, ທີ 3 ພະແນກພະລາ.

     ໂອກາດດັ່ງກ່າວ, ຍັງໄດ້ມອບ-ຮັບລາງວັນໃຫ້ແກ່ນັກກີລາປະເພດຕ່າງໆ ໂດຍການຂຶ້ນມອບລາງວັນຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ ດ້ວຍບັນຍາກາດຟົດ
ຟື້ນມ່ວນຊື່ນ.