ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈາກ​ຕົ້ນ​ທຶນ 3 ລ້ານ​ກີບ​ສູ່​ລາຍ​ຮັບ 70 ລ້ານ​ກີບ​ຕໍ່​ປີ


ສະຫາຍ ຮ້ອຍໂທ ສໍລະພົງ ສອນດາລາ ​ແລະ ສະຫາຍ ຮ້ອຍໂທ ນາງ ຈູມມະນີ ແກ້ວສີສົມ

     ປະຕິບັດຕາມທິດນໍາເພິ່ງ ຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງທີ່ ກົມໃຫຍ່ພະລາທິການກອງທັບວາງອອກ ເພື່ອແນໃສ່ເຮັດ
ໃຫ້ພະນັກງານ-ນັກຮົບທັງກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນ ກົມກອງມີຊີວິດການເປັນຢູ່ດີຂຶ້ນ.

     ໜຶ່ງໃນນັ້ນກໍ່ແມ່ນຄອບຄົວ ສະຫາຍ ຮ້ອຍໂທ ສໍລະພົງ ສອນດາລາ ຊ່ວຍວຽກພະແນກເສນາຮັກ ຫ້ອງພະລາທິການທະຫານ ແຂວງ ໄຊສົມບູນ ແມ່ນ
ຄອບຄົວໜຶ່ງທີ່ເປັນແບບຢ່າງມີທັດສະນະທາງ​ດ້ານ​ການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ.

     ສະຫາຍ ຮ້ອຍໂທ ສໍລະພົງ ສອນດາລາ ມີຖິ່ນກໍາເນີດຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ພາຍຫຼັງທີ່ຈົບຊັ້ນມັດທະຍົມຕອນປາຍ ໄດ້ສະໝັກໃຈເຂົ້າ
ເປັນທະຫານອາຊີບ ເຊິ່ງປັດຈຸບັນຢູ່ສູນ 14 ກົມໃຫຍ່ເສນາທິການກອງທັບ, ໃນປີ 2005 ດ້ວຍຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານການຈັດຕັ້ງຈຶ່ງ
ໄດ້ສົ່ງ ສະຫາຍ ໄປສຶກສາຮໍ່າຮຽນແພດຊັ້ນຕົ້ນ ໃນສົກປີ 2007-2008 ແລະ ຖືກສັບຊ້ອນໄປປະຈໍາ ຢູ່ ວິທະຍາຄານກົມມະດຳ ບວກກັບຄວາມບຸກບືນ
ຫ້າວຫັນ ແລະ ສ້າງຜົນງານການຈັດຕັ້ງໄດ້ສົ່ງ ສະຫາຍ ໄປສຶກສາຕໍ່ ຂັ້ນປະລິນຍາຕີ ຢູ່ ວິທະຍາໄລສຸຂະພາບແພດສາດ, ພາຍຫຼັງທີ່ຈົບມາກໍໄດ້ຖືກສັບ
ຊ້ອນມາປະຈໍາການຢູ່ ກອງບັນຊາການທະຫານ ແຂວງ ໄຊສົມບູນ ໃນປີ 2016 ແລະ ໄດ້ແຕ່ງງານກັບ ຮ້ອຍໂທ ນາງ ຈູມມະນີ ແກ້ວສີສົມ ຊ່ວຍວຽກ
ພະແນກເສນາຮັກທະຫານ ແຂວງ ໄຊສົມບູນ ມີລູກນໍາກັນ 2 ຄົນ, ດ້ວຍທັດສະນະຜູ້ກ່ຽວເປັນຄົນອັດຕະນິດໄສດີມີຄຸນສົມບັດສິນທໍາປະຕິວັດ, ມີທັດ
ສະນະຫຼັກໝັ້ນຊົນຊັ້ນ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມ ຮັບຜິດຊອບສູງແລ້ວ, ພະແນກເສນາຮັກ ກໍຄືການຈັດຕັ້ງ ຍັງໄດ້ມອບ
ໝາຍໜ້າທີ່ໃຫ້ເປັນອາຈານສິດສອນວິຊາພະຍາບານຂັ້ນຕົ້ນໃຫ້ໂຮງຮຽນແພດທະຫານແຂວງອີກດ້ວຍ ໄປຄວບຄູ່ກັບການເຮັດໜ້າທີ່ວິຊາສະເພາະ, ນອກ
ນັ້ນ ສະຫາຍ ຍັງໄດ້ຍາດເວລາຫວ່າງພາຍຫຼັງເລີກການແກ້ໄຂຊີວິດການເປັນຢູ່ໃນຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍການປູກຝັງ-ລ້ຽງສັດ
ໃນເບື້ອງຕົ້ນໄດ້ຊື້ນົກກະທາມາລ້ຽງປະມານ 500 ກວ່າໂຕ ແລະ ໄກ່ລາດພັນພື້ນເມືອງ ດ້ວຍຕົ້ນທຶນ 2-3 ລ້ານ ກີບ ເຫັນວ່າຜົນຕອບແທນໄດ້ດີ, ຍ້ອນ
ວ່າຜູ້ບໍລິໂພກຫຼາຍ ແລະ ມີຕະຫຼາດຮອງຮັບພາຍໃນແຂວງ ດ້ວຍເຫດນັ້ນຕົນເອງ ແລະ ຄອບຄົວຈຶ່ງໄດ້ຕັດສິນໃຈ​ໃສ່ຂະຫຍາຍຄອກລ້ຽງນົກກະທາ ແລະ
ຊື້ເຂົ້າມາເພີ່ມຕື່ມ, ເຊິ່ງໃນແຕ່ລະມື້ແມ່ນຂາຍນົກກະທາໄດ້ປະມານ 150.000-200.000 ກີບຕໍ່ມື້, ບວກກັບຄວາມເອົາໃຈດຸໝັ່ນຂະຫຍັນພຽນ ແລະ ປະ
ຢັດມັດທະຍັດຈຶ່ງໄດ້ຊື້ງົວເຂົ້າມາລ້ຽງ 5 ໂຕ, ແບ້ 9 ໂຕ, ນົກກະ ຈອກເທບ 3 ໂຕ, ຊື້ນົກກະທາ ເພີ່ມ1.500 ກວ່າໂຕ, ໄກ່ດໍາ, ໄກ່ ລາດພັນພື້ນເມືອງ,
ໄກ່ຕ໋ອກ, ໄກ່ງວງ 155 ກວ່າໂຕ. ນັບແຕ່ປີ 2018 ເປັນຕົ້ນມາຄອບຄົວ ສະຫາຍ ຮ້ອຍໂທ ສໍລະພົງ ສອນດາລາ ສາມາດສ້າງລາຍຮັບໄດ້ 70 ລ້ານ ກີບ
ຕໍ່ປີ ແລະ ໄດ້ຊື້ດິນຕອນໜຶ່ງ, ລົດຈັກ 3 ຄັນ ແລະ ມີເງິນຝາກບັນຊີຢູ່ທະນາຄານຈໍານວນໜຶ່ງ ເພື່ອເປັນທຶນໝູນວຽນ ແລະ ສົ່ງເສີ່ມການຮຽນຂອງລູກທັງ
ສອງ, ສ່ວນເງິນເດືອນແມ່ນເກັບໄວ້ຄົງທີ່.

     ດ້ວຍເຫດນັ້ນ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງໄຊສົມບູນ ກໍໄດ້ຍ້ອງຍໍຄອບຄົວຜູ້ກ່ຽວວ່າເປັນຄອບຄົວຕົ້ນແບບ ມີທັດສະ
ນະອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດສ້າງລາຍຮັບໃຫ້ຕົນເອງຕາມຄໍາຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ ແລະ ໄດ້ຮັບການຍ້ອງຍໍ ຈາກແຂວງ ແລະ ຂັ້ນກອງບັນຊາການຕື່ມ​ອີກ.