ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບຽບວິ​ໃນ​ກໍ່ດີ ​ເພີ່ມ​ພູນ​ຜະ​ລີດ​ຜົນ​ກໍ່​ເດັ່ນ


ສະຫາຍ ວາທີ ຕົ້ນ ລັດສະໝີ ເປັນນັກສຶກສາຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນທີ່​ຄວນຮ່ຳຮຽນເອົາເປັນແບບຢ່າງ

     ສະຫາຍ ວາທີ ຕົ້ນ ລັດສະໝີ ສັງກັດຢູ່ກອງພັນທີ 3 ເຊິ່ງເປັນກອງພັນນັກຮຽນທີ່ຂຶ້ນກັບວິທະຍາຄານກົມມະດຳ, ສະຫາຍເປັນນັກສຶກສາທີ່ມີຄວາມດຸໝັ່ນຫ້າວຫັນ
ໃນການສຶກສາຮໍ່າຮຽນ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄື: ວິທະຍາຄານ ແລະ ກອງພັນວາງອອກ ທັງເປັນແບບ ຢ່າງໃນການອອກແຮງງານເພີ່ມພູນຜະລິດ
ຜົນຈົນກາຍເປັນທີ່ຍອມຮັບ, ໄວ້ເນື້ອເຊື່ອໃຈຈາກຄະນະພັກ -ຄະນະບັນຊາ ແລະ ໝູ່ເພື່ອນໃນກົມກອງຕະຫຼອດມາ.

     ສະຫາຍ ວາທີ ຕົ້ນ ລັດສະໝີ ໄດ້ຕື່ນຕົວສະໝັກໃຈເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບໃນປີ 2009, ພາຍຫຼັງສຳເລັດການເຂົ້າອົບຮົມຫັດແອບການເມືອງ - ການ
ທະຫານ, ພະລາທິການ - ເຕັກນິກໄລຍະສັ້ນຢູ່ໂຮງຮຽນການທະຫານທ້ອງຖິ່ນ ສະຫາຍໄດ້ຖືກສັບຊ້ອນໜ້າທີ່ໃຫ້ປະຈຳການຢູ່ກອງພັນໃຫຍ່ 584. ຕະຫຼອດໄລຍະທີ່ດຳ
ລົງຊີວິດຢູ່ກົມກອງດັ່ງກ່າວ ສະຫາຍ ໄດ້ຕັ້ງໜ້າເຝິກຝົນຫໍ່ຼຫຼອມຕົນເອງໃນທຸກດ້ານ, ດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງ
ທັບ ກໍຄື: ຄຳສັ່ງຂອງຜູ້ເປັນພະນັກງານຜູ້ທີ່ດີເດັ່ນໃນກົມກອງ. ດ້ວຍເຫດນັ້ນ, ມາຮອດປີ 2017 ຄະນະພັກ - ຄະນະບັນຊາ ກົມກອງຈຶ່ງໄດ້ສົ່ງສະຫາຍໄປສຶກສາຮໍ່າຮຽນ
ຕໍ່ວິຊາສະເພາະເຫຼົ່າຮົບຊ່າງແສງ ຢູ່ວິທະຍາຄານກົມມະດຳ, ຢູ່ບ່ອນນີ້ ສະຫາຍໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນໃນການສຶກສາຮ່ຳຮຽນຈົນກາຍເປັນນັກສຶກສາ
ດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດລະບຽບວິໄນເຂັ້ມງວດ, ຄຽງຄູ່ກັນນັ້ນ, ສະຫາຍຍັງໄດ້ໃຊ້ເວລາ ຫວ່າງໃຫ້ເປັນປະໂຫຍດດ້ວຍການເພີ່ມພູນຜະລິດຜົນປູກພືດຜັກ
ຊະນິດຕ່າງໆ ນອກຈາກສະໜອງເຂົ້ານຳໃຊ້ພັນທະໃຫ້ເຮືອນຄົວລວມໄດ້ຕາມຄາດໝາຍແລ້ວຍັງສົ່ງອອກຂາຍຕາມທ້ອງຕະຫຼາດສ້າງລາຍຮັບໃຫ້ແກ່ຕົນເອງບວກໃສ່ເງິນ
ເດືອນ ແລະ ປະຢັດໄວ້ໝູນໃຊ້ໃນເວລາມີຄວາມຈຳເປັນ.

     ສະຫາຍ ພັນໂທ ອຳພອນ ໝັ້ນຈະເລີນ ຫົວໜ້າ ການເມືອງກອງພັນທີ 3 ໄດ້ໃຫ້ການຢັ້ງຢືນວ່າ: ສະຫາຍ ວາທີ ຕົ້ນ ລັດສະໝີ ເປັນນັກສຶກສາຜູ້ໜຶ່ງທີ່ມີຄວາມດຸໝັ່ນ
ຂະຫຍັນພຽນທັງເປັນແບບຢ່າງ ໃນການຄົ້ນຄວ້າສຶກສາຮ່ຳຮຽນ ແລະ ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ກໍຄື: ວິທະຍາຄານວາງອອກໄດ້ຢ່າງເຂັ້ມງວດ ແລະ ກາຍ
ເປັນແບບຢ່າງທີ່ດີໃຫ້ກັບນັກສຶກສາຫຼາຍໆສະຫາຍໃນສະຖາບັນການສຶກສາດັ່ງກ່າວໄດ້ ຮ່ຳຮຽນເອົາເປັນແບບຢ່າງ.