ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນແມ່ຍິງທະຫານແຂວງອັດຕະປືສະຫຼຸບວຽກງານປະຈຳປີ 2018


ທ່ານ ນາງ ຈັນເພັດ ຈັນທະມາດ ຮອງປະທານສະຫະພັນແມ່ຍິງແຂວງ ມອບ​ໃບ​ຍ້ອງຍໍ​ໃຫ້​ສະຫະພັນ​ແມ່ຍິງ​ທະຫານ​ແຂວງ​ອັດ​ຕະປື

     ໃນວັນທີ 21 ມີນາ 2019 ນີ້, ສະຫະພັນແມ່ຍິງທະຫານແຂວງອັດຕະປືໄດ້ເປີດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະວາງທິດທາງແຜນການປະຈຳປີຕໍ່ໜ້າ
ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຈັນເພັດ ຈັນທະມາດ ຮອງປະທານສະຫະພັນແມ່ຍິງແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ມີພະແນກ, ເອື້ອຍນ້ອງ
ສະມາຊິກແມ່ຍິງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ນາງ ຊອນພະຈັນ ດວງມະນີ ຫົວໜ້າພະແນກສະຫະພັນແມ່ຍິງທະຫານແຂວງໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງໃນໄລຍະ 1 ປີຜ່ານມາພະແນກ
ສະຫະພັນແມ່ຍິງທະຫານແຂວງພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາແນວຄິດເອື້ອຍນ້ອງແມ່ຍິງໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄຸນ
ສົມບັດໃນການປະຕິບັດໜ້າທີ່ວຽກງານຕົວຈິງແມ່ນເຮັດສຳເລັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ. ພ້ອມນັ້ນຍັງໄດ້ກະຕຸກຊຸກຍູ້ເອື້ອຍນ້ອງແມ່ຍິງເຂົ້າຮ່ວມຂະ
ບວນການຮັກຊາດ ແລະ ພັດທະນາຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ພັດທະນາຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ, ໄປຄຽງຄູ່ກັນນັ້ນຍັງໄດ້ເອົາໃຈໃສ່ລະດົມເອື້ອຍ
ນ້ອງເຂົ້າຮ່ວມ ການຝາກເງິນກອງທຶນສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນມີເງິນທ້ອນທັງໝົດ 1.784.345.000 ກີບ, ຜ່ານມາສາມາດຄັດເລືອກໄດ້ພະແນກ3 ດີ ມີ 1
ພະແນກ, ໜ່ວຍ 3 ດີ ມີ 15 ໜ່ວຍ ແລະ ບຸກຄົນ 3 ດີ 197 ສະຫາຍ ແລະ ໄດ້ຮັບການຍ້ອງຍໍຢ່າງສົມກຽດ.