ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ແລະ ເປີດນໍາໃຊ້ໂຮງໝໍພາກສະໜາມລ້ານຊ້າງ


     ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຮງໝໍ ພາກສະໜາມ ລ້ານຊ້າງ ຈັດຂຶ້ນຕອນບ່າຍ ວັນທີ 3 ພຶດສະພາ 2021 ຢູ່ບ້ານດອນກອຍ ເມືອງສີສັດຕະນາກ,
ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບ
ຄຸມການລະບາດຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງ.

     ໂຮງໝໍ ພາກສະໝາມ ລ້ານຊ້າງ ສ້າງຂຶ້ນພາຍໃນ 7 ວັນ ມີຂະໜາດ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງນອນ ແລະ
ເຂດ B ມີ 135 ຕຽງນອນ, ມີຫ້ອງສຸກເສີນເບື້ອງຕົ້ນຂະໜາດ 5 ຕຽງນອນ. ສະເພາະເຂດ A ວັນທີ 3 ພຶດສະພາ ສາມາດຮອງຮັບຄົນເຈັບໄດ້ແລ້ວ, ສຳ
ລັບເຂດ B ຈະສາມາດນໍາໃຊ້ໄດ້ໃນວັນທີ 5 ພຶດສະພາ 2021 ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາ ຄໍປໍເຣຊັນ ຈໍາກັດຜູ້ດຽວ ລາຍງານ
ໃຫ້ຮູ້ວ່າ: ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາຈາກການນຳ, ອ້າຍນ້ອງພະນັກ
ງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອ ຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອັບ, ບໍລິສັດ ທີ່ປຶກສາ ດ້ານ
ການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວ, ໂດຍໄດ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະ
ຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ທັງເວັນ ແລະ ຄືນ ໂດຍບໍ່
ຮຽກຮ້ອງຜົນປະໂຫຍດຕອບແທນ ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ ສາມາດຮອງຮັບຄົນເຈັບທີ່ຕິດເຊື້ອໂຄວິດ ເຂົ້າປິ່ນປົວໄດ້ພາຍໃນວັນທີ 3 ພຶດສະພາ.

     ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄ
ວິດ-19 ຂັ້ນສູນກາງ ກ່າວວ່າ: ໃນນາມຄະນະສະເພາະກິດຂັ້ນສູນກາງ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນຂອງບັນ
ດາບໍລິສັດ ທີ່ຮ່ວມກັນໃນການຫັນສະຖານທີ່ດ້ານກິລາໃຫ້ມາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານອັນຮີບດ່ວນ ແລະ ຈໍາເປັນທີ່ສຸດ ທີ່ເກີດຂຶ້ນ
ຢູ່ໃນປະເທດຂອງພວກເຮົາ, ນີ້ສະແດງໃຫ້ເຫັນເຖິງການເສຍສະລະອັນສູງສົ່ງ ການຕື່ນຕົວປະກອບສ່ວນທີ່ສໍາຄັນຂອງຕົນເອັງໃນພາລະກິດລວມ ຂອງບ້ານ
ຂອງເມືອງ, ນີ້ສະແດງໃຫ້ເຫັນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກລະບອບໃໝ່ຂອງພວກເຮົາໃນການຊ່ວຍເຫລືອປະຊາຊົນພີ່ນ້ອງຮ່ວມຊາດ ໃຫ້
ຫລຸດພົ້ນຈາກໄພອັນຕະລາຍ, ເຊິ່ງຜ່ານມາກໍມີຫລາຍບໍລິສັດໄດ້ໃຫ້ການຊ່ວຍເຫລືອມາແລ້ວ ຍ້ອນແນວນັ້ນ ຈຶ່ງສະເໜີໃຫ້ພວກເຮົານໍາໃຊ້ສະຖານທີ່ແຫ່ງ
ນີ້ ໃຫ້ເກີດປະໂຫຍດສູງສຸດຫລາຍເທົ່າທີ່ຈະຫຼາຍໄດ້. ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນບົດຮຽນຈາກການຕໍ່ສູ້ກັບພະຍາດໂຄວິດ-19 ໃນໄລຍະ
ຜ່ານມາວ່າ: ອັນທີ່ໜຶ່ງ ແມ່ນພັກ-ລັດຂອງພວກເຮົາມີຄວາມສະດຸ້ງໄວ, ສະກັດກັ້ນໄວ້ແຕ່ຫົວທີ ນີ້ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ພວກ
ເຮົາໃນການນໍາພາປະເທດຊາດ, ອັນທີສອງ ປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະຕິບັດຄໍາສັ່ງຢ່າງເຂັ້ມງວດ ແຕ່ລະຄົນໄດ້ເປັນເຈົ້າການ ແລະ ປະກອບ
ສ່ວນຮ່ວມມືກັບລັດຖະບານ, ອັນທີສາມ ພວກເຮົາໄດ້ນໍາໃຊ້ທຸກພາຫະນະທີ່ມີ ປຸກລະດົມສັງຄົມເຂົ້າຮ່ວມ ໃຫ້ການຊ່ວຍເຫລືອດ້ານຕ່າງໆຢ່າງທັນການ
ລວມທັງປະຊາຊົນ, ທະຫານ, ຕໍາຫລວດ ອໍານາດການປົກຄອງ ທຸກຂັ້ນ ລວມທັງວິຊາການແພດໝໍ ເຊິ່ງຕົນເອັງມີຄວາມສ່ຽງຢູ່ແລ້ວ ແຕ່ຕ້ອງໄດ້ໃຫ້ການ
ຊ່ວຍເຫລືອປິ່ນປົວຄົນເຈັບຫລາຍມື້ຕິດຕໍ່ກັນໂດຍບໍ່ໄດ້ພັກຜ່ອນ ນອກຈາກນັ້ນພວກເຮົາຍັງໄດ້ຮັບການຊ່ວຍເຫລືອແລກປ່ຽນຂໍ້ມູນຂ່າວສານກັບສາກົນ
ແລະ ປະເທດຕ່າງໆ, ສະນັ້ນພວກເຮົາຕ້ອງອີງໃສ່ບົດຮຽນເຫລົ່ານີ້ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້, ປະຈຸບັນຢູ່ນະຄອນຫລວງວຽງຈັນບາງອັນກໍມີແລ້ວ ແຕ່ບາງ
ອັນກໍຕ້ອງພິຈາລະນາເບິ່ງເພື່ອເປັນບົດຮຽນໃຫ້ຫລາຍແຂວງຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2021