ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາຫາລືສ້າງປ້າຍສີລາຈາລຶກ ຜູ້ນຳ​ພັກ-​ແນວ​ລາວ ​ຮັກ​ຊາດ ຢູ່​ແຂວງ​ ບໍ່​ແກ້ວ

     ທ້າຍເດືອນ ຕຸລາ ນີ້, ຄະນະກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ ກອງບັນຊາການທະຫານ
ແຂວງ ບໍ່ແກ້ວ ນຳໂດຍ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ພ້ອມ
ດ້ວຍຄະນະ. ເປັນກຽດຕ້ອນຮັບຂອງ ສະຫາຍ ພັນເອກ ວິດອນ ພຸດດາວົງ ເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາ ການທະຫານ ແຂວງ ບໍ່ແກ້ວ
ພ້ອມດ້ວຍຄະນະ. ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້, ເພື່ອປຶກສາຫາລືການກໍ່ສ້າງປ້າຍສີລາຈາລຶກປະຫວັດສາດ ຢູ່ແຂວງບໍ່ແກ້ວ, ທີ່ກໍາລັງປະກອບ
ອາວຸດແນວລາວຮັກຊາດ ໄດ້ເຄື່ອນໄຫວຕີສັດຕູຍຶດອໍານາດ, ນໍາໃຊ້ 3 ບາດຄ້ອນຢູ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ຄັ້ງວັນທີ 25 ທັນວາ 1974 ຈາກ
ນັ້ນ, ຈິ່ງໄດ້ນໍາເອົາບົດຮຽນດັ່ງກ່າວຍຶດອໍານາດປົດປ່ອຍໃນທົ່ວປະເທດຄັ້ງ ວັນທີ 2 ທັນວາ 1975 ປະຫວັດສາດການຕໍ່ສູ້ປົດປ່ອຍຊາດ ຂອງກໍາລັງແນວ
ລາວຮັກຊາດ ພາຍໃຕ້ການບັນຊາຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ. ເຊິ່ງຈະໄດ້ສ້າງສີລາຈາລຶກປະກອບມີ: ຈຸດສາມສາຍນ້ຳຂະໜາດລວງ
ສູງ 2,5 ແມັດ, ຍາວ 1,5 ແມັດ, ລັກສະນະເປັນຮູບທຸງພື້ນສີແດງ ແລະ ຈຸດນ້ຳບໍ່ ຂະໜາດລວງສູງ 2 ແມັດ, ຍາວ 1,5 ແມັດ, ລັກສະນະເປັນຮູບໃບໂພ
ໂຕໜັງສືສີຄຳ ຄິດເປັນມູນຄ່າລວມທັງໝົດ 5 ຕື້ກີບ. ເນື່ອງຈາກວ່າພື້ນທີ່ດັ່ງກ່າວເປັນຈຸດທີ່ໝັ້ນວາງແຜນຍຶດອໍານາດປົດປ່ອຍ ເມືອງ ຫ້ວຍຊາຍ, ເພື່ອ
ເປັນ ການອະນຸລັກປົກປັກຮັກສາຮ່ອງຮອຍປະຫວັດສາດ ການຕໍ່ສູ້ກູ້ຊາດ, ພິບໄຫວ, ຄວາມຮູ້, ຄວາມສາມາດ, ຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມ
ແຂງ, ຄວາມກ້າຫານ ແລະ ເສຍສະຫຼະ ຂອງທ່ານຜູ້ນໍາການປະຕິວັດລາວ ແລະ ກາຍເປັນສະຖານທີ່ສຶກສາຮໍ່າຮຽນ, ຄົ້ນຄວ້າ, ສຶກສາອົບຮົມໃຫ້ຄົນຮຸ່ນຫຼັງ
ໄດ້ຮຽນຮູ້ປະຫວັດສາດ, ສືບທອດມູນເຊື້ອການຕໍ່ສູ້, ອົງອາດກ້າຫານຂອງນັກປະຕິວັດລາວ ໄວ້ໃຫ້ໝັ້ນຄົງຕະຫຼອດໄປ.