ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 703 ເປີດຂະບວນການແຂ່ງຂັນກີລາ


     ໃນທ້າຍເດືອນມິຖຸນາ 2019 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງເປີດຂະບວນການແຂ່ງຂັນກີລາ ຂຶ້ນຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດ
ຕະວາ ພູຫຼວງ ບົວພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 703, ມີຄະນະພັກ-ຄະນະບັນຊາກົມກອງເອກະລາດ, ພະແນກການ ຕະຫຼອດຮອດພະນັກງານ ແລະ ນັກກີ
ລາເຂົ້າຮ່ວມຢ່າງພ້ອມພຽງ.

     ໃນໂອກາດນີ້, ສະຫາຍ ຮ້ອຍເອກ ແສງສຸພອນ ໄຊຍະວົງ ຫົວໜ້າສັງລວມພະແນກເສນາ ໄດ້ໃຫ້ຮູ້ວ່າ: ກີລາທີ່ນຳມາແຂ່ງຂັນໃນຄັ້ງນີ້ມີຢູ່ 7 ປະເພດຄື: ກີລາເຕະບານ,
ບານສົ່ງ, ກະຕໍ້, ດອກປີກໄກ່, ປິງປ່ອງ ກີລາດຶງເຊືອກ ແລະ ແລ່ນກະເປົາ, ການເປີດຂະບວນການແຂ່ງຂັນກີລາຄັ້ງນີ້ກໍເພື່ອສ້າງຜົນງານຂໍ່ານັບຮັບຕ້ອນວັນບຸນສຳຄັນຕ່າງໆ
ຂອງຊາດເວົ້າລວມ, ເວົ້າສະເພາະກໍແມ່ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກອງພັນໃຫຍ່ 703 ແລະ ວັນສ້າງຕັ້ງກອງພັນໃຫຍ່ 703 ຄົບຮອບ 35 ປີທີ່ຈະ
ມາເຖິງນີ້.

     ໃນຕອນທ້າຍ ສະຫາຍ ພັນເອກ ຄຳມ້າວ ວໍລະເດດ ຫົວໜ້າ ເສນາທິການ ທັງເປັນປະທານຈັດງານ ແຂ່ງຂັນໄດ້ຂຶ້ນກ່າວເປີດຂະບວນການ ການແຂ່ງຂັນຂຶ້ນຢ່າງເປັນ
ທາງການ ພ້ອມໄດ້ຮັບຊົມການແລ່ນກະເປົາ ແລະ ດຶງເຊືອກລະຫວ່າງທີມດຶງເຊືອກຈາກເອື້ອຍນ້ອງສະຫະພັນແມ່ຍິງ ພົບກັບຄະນະພັກ-ຄະນະບັນຊາກອງພັນໃຫຍ່ ບວກ
ກັບຄະນະພັກ-ຄະນະບັນຊາກົມກອງເອກະລາດ ຜົນປະກົດວ່າທີມສະຫະພັນແມ່ຍິງສາມາດເອົາຊະນະ ທີມ ຄະນະພັກ-ຄະນະບັນຊາ ທັງສອງ​ປະ​ເພດ.