ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ແຂວງ​ໄຊ​ສົມ​ບຸນ ປະກາດ​ການຈັດ​ຕັ້ງ ​ແລະ ປະກາດ​​ເລື່ອນ​ຊັ້ນ


ສະຫາຍ ພັນເອກ ຈັນທີ ວັນລາວົງ ​​ເປັນ​ປະທານ​ພິທີ​ປະກາດ​ການ​ຈັດ​ຕັ້ງ ​ແລະ ປະກາດ​ເລື່ອນ​ຊັ້ນ

     ໃນວັນທີ 29 ສິງຫາ 2019 ຜ່ານມານີ້. ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງຕົນ.
ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຈັນທີ ວັນລາວົງ ເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນ
ຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ພະແນກການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

     ຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຂັ້ນຫົວໜ້າ ພະແນກການ, ຮອງພະແນກ, ຂະແໜງການ, ກອງພັນນ້ອຍ, ກອງຮ້ອຍເອກະລາດທີ່ຂຶ້ນ
ກັບກອງບັນຊາການທະຫານແຂວງໄຊສົມບູນ ແລະ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງໄຊສົມບູນ ທີ່ມີມາດຖານເງື່ອນໄຂ ແລະ
ຮອດກຳນົດການເລື່ອນຊັ້ນ, ໃນນັ້ນ ມີ ວາທີ ຂຶ້ນ ຮ້ອຍຕີ 10 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 12 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 11 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ
12 ສະຫາຍ, ຈາກນັ້ນ ສະຫາຍ ພັນໂທ ລູລໍ່ຊົ້ງ ຢົວໜາວເຮີ ຫົວໜ້າ ພະແນກນະໂຍບາຍກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຂຶ້ນຜ່ານຂໍ້ຕົກລົງກະຊວງ ປ້ອງກັນ
ປະເທດ ວ່າດ້ວຍການຍ້ອງຍໍສັນລະເສີນຜົນງານໃຫ້ນາຍ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງໄຊສົມບູນ, ໃນນັ້ນປະດັບຫຼຽນໄຊພິລາດອາດຫານຊັ້ນ III
ຈໍານວນ 7 ສະຫາຍ ແລະ ໃບຍ້ອງຍໍກະຊວງປ້ອງກັນປະເທດ 11 ສະຫາຍ.