ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານ​ກົມະ​ດຳ ຈັດ​ຕັ້ງ​ສອບ​ເສັງ​ໃຫ​້​ແກ່​ພະນັກງານ​ ບັນຊາ-ນຳພາ ສົກຮຽນ 2019-2020


ສະຫາຍ ພັນໂທ ບົວໄລ ສີລັກສາ ຮອງອຳນວຍການ ຫົວໜ້າ ອົບຮົມ-ກໍ່ສ້າງວິທະຍາຄານກົມມະດຳເປັນປະທານຈັດຕັ້ງສອບເສັງ

     ທ້າຍເດືອນ ມິຖຸນາ 2020 ນີ້, ວິທະຍາຄານກົມມະດຳ ໄດ້ຈັດຕັ້ງສອບເສັງໃຫ້ພະນັກງານບັນຊາ-ນຳພາ ລະບົບ 1 ປີ ຊຸດທີ 14 ສົກຮຽນປີ 2019-2020 ຂຶ້ນຢູ່ທີ່
ສະໜາມອາຊຽນວິທະຍາຄານ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບົວໄລ ສີລັກສາ ຮອງອຳນວຍການ ຫົວໜ້າ ອົບຮົມ-ກໍ່ສ້າງວິທະຍາຄານກົມມະດຳ, ມີສະ
ຫາຍ ພັນໂທ ຄຳຜຸຍ ໝື່ນດວງ ຫົວໜ້າ ຄະນະວິຊາສິນລະປະຍຸດ ວິທະຍາຄານກົມມະດຳ ພ້ອມດ້ວຍອະນຸກຳມະການສອບເສັງ, ມີບັນດານັກສອບເສັງເຂົ້າຮ່ວມ.

     ການກະກຽມສອບເສັງຈົບຊັ້ນຂອງພະນັກງານບັນຊາ-ນຳພາ ລະບົບ 10 ເດືອນ ຊຸດທີ 14 ສົກຮຽນປີ 2019-2020 ຕາມໂຄງການຫຼັກສູດການຮຽນ-ການສອນ ທີ່
ກະຊວງປ້ອງກັນປະເທດໄດ້ອະນຸມັດລົງວັນທີ 23 ເມສາ 2020. ໃນນັ້ນ, ມີນັກສອບເສັງຕົວຈິງ 79 ສະຫາຍ, ມີ 4 ວິຊາ ຫຼັກຄື: ວິຊາຍຸດທະວິທີທະຫານຮາບ, ວິຊາສິນ
ລະປະຍຸດ, ວິຊາວຽກງານພັກ-ວຽກງານການເມືອງ ແລະ ວິຊາເສນາ-ບັນຊາ, ການສອບເສັງດັ່ງກ່າວແມ່ນແນໃສ່ການທົດສອບຄວາມຮູ້ຄວາມສາມາດຂອງບັນດານັກ
ສອບເສັງ ພາຍຫຼັງທີ່ໄດ້ຄົ້ນຄວ້າຮໍ່າຮຽນໂຄງການຫຼັກສູດນຳຄູ-ອາຈານ ຢູ່ວິທະຍາຄານແຫ່ງນີ້ໂດຍຄຽງຄູ່ກັບພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໄປພ້ອມ,
ບັ້ນສອບເສັງດັ່ງກ່າວແມ່ນດຳເນີນແຕ່ວັນທີ 29 ມິຖຸນາ - 3 ກໍລະກົດ 2020 ຈຶ່ງຈະສຳເລັດ.