ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກ - ຄະນະບັນຊາ 3 ຫ້ອງ ກອງບັນຊາການທະຫານແຂວງ ຈຳປາສັກ
ເຂົ້າ​ອວຍພອນ​ຄະນະ​ບໍລິຫານ​ງານ​ພັກ​ຊຸດ​ໃໝ່


ສະຫາຍ ພັນເອກ ລັດຕະນະວົງ ຫຼວງກິ່ງ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ

     ໃນວັນທີ 2 ມັງກອນ ນີ້, ຄະນະພັກ - ຄະນະບັນຊາ 3 ຫ້ອງ ກອງບັນຊາການທະຫານແຂວງ ຈຳປາສັກ ນຳໂດຍ ສະຫາຍ ພັນເອກ ລັດຕະນະວົງ ຫຼວງກິ່ງ ກຳມະການ
ຄະນະພັກກອງບັນຊາການ, ຫົວໜ້າ ຫ້ອງພະລາທິການ, ກອງບັນຊາການທະຫານແຂວງ ຈຳປາສັກ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນແກ່ສະຫາຍ
ພົນຈັດຕະວາ ສຸໄກ ພິມມະສານ ເລຂາ ຄະນະບໍລິຫານງານພັກກອງ ບັນຊາການທະຫານແຂວງ, ສະຫາຍ ພັນເອກ ແຫວນຄຳ ຈະເລີນວົງ ຮອງເລຂາ ຄະນະບໍລິຫານງານ
ພັກ ກອງບັນຊາການທະຫານແຂວງ ຈຳປາສັກ.

     ສະຫາຍ ພັນເອກ ລັດຕະນະວົງ ຫຼວງກິ່ງ ໄດ້ຕາງໜ້າໃຫ້ຄະນະກ່າວຄໍາອວຍພອນໄຊອັນປະເສີດແກ່ສະຫາຍ ເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກກອງບັນ
ຊາການຊຸດໃໝ່ ຈົ່ງມີພາລະນາໄມສົມບູນມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວສືບຕໍ່ຊີ້ນຳ - ນຳພາ ກອງບັນຊາການທະຫານແຂວງ ຈຳປາ ສັກ ໃຫ້ມີຄວາມ
ເຂັ້ມແຂງໜັກແໜ້ນ, ພັດທະນາກົມກອງໃຫ້ມີຄວາມຈະເລີນກ້າວໜ້າ ແລະ ມີໂສມໜ້າໃໝ່ຂຶ້ນເລື້ອຍໆ.

     ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະພັກ - ຄະນະບັນຊາ 3 ຫ້ອງ ທີ່ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນ
ອັນປະເສີດ ພ້ອມທັງອວຍພອນໃຫ້ຄະນະພັກ -ຄະນະບັນຊາ 3 ຫ້ອງ ດັ່ງກ່າວຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໜ້າທີ່ວຽກງານສືບຕໍ່ຮັກສາຄວາມ ສາມັກຄີ, ເອົາໃຈ
ໃສ່ປະຕິບັດຕາມທິດຊີ້ນຳ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ພ້ອມກັນສ້າງກົມກອງໃຫ້ມີແບບແຜນທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.