ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການເມືອງກອງພັນໃຫຍ່ 642 ລົງ​ຊຸກຍູ້​ການຜະລິດເຂົ້ານາແຊງ


ພັນເອກ ແສງມະນີ ວອນຄຳມະນິ ລົງກວດກາການຜະລິດເຂົ້ານາແຊງປະຈຳປີ 2019

     ໃນທ້າຍເດືອນມີນາ 2019 ນີ້, ສະຫາຍ ພັນເອກ ແສງມະນີ ວອນຄຳມະນິ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 642 ການຜະລິດເຂົ້ານາແຊງ ປະຈຳ
ປີ 2019 ຢູ່ສະຖານທີ່ເຮັດການຜະລິດຂອງກົມກອງ. ໃນການລົງກວດກາໃນຄັ້ງນີ້,

     ສະຫາຍ ບຸນເພັງ ເທບພາພອນ ຫົວໜ້າຂະແໜງຜະລິດ, ຜູ້ຮັບຜິດຊອບໂດຍກົງ ໃນການປູກເຂົ້ານາແຊງ ໃນປີນີ້ກໍໄດ້ລາຍງານສະພາບໂດຍລວມເຊິ່ງໄດ້ຍົກໃຫ້ເຫັນ
ຂໍ້ສະດວກ-ຂໍ້ຫຍຸ້ງຍາກທີ່ຈະຕ້ອງຖອດຖອນເປັນບົດຮຽນໃນຕໍ່ໜ້າ, ໃນນັ້ນການປູກເຂົ້ານາແຊງໃນປີນີ້ໄດ້ເລີ່ມລົງມືມາແຕ່ທ້າຍເດືອນທັນວາ ປີ 2018 ທີ່ຜ່ານມາໃນເນື້ອ
ທີ່ທັງໝົດຈຳນວນ 7 ເຮັກຕາ. ປັດຈຸບັນນີ້ພວມຢູ່ໃນໄລຍະບົວລະບັດຮັກສາ ໂດຍລວມແລ້ວຖ້າທຽບໃສ່ປີຜ່ານມາເຫັນວ່າມີການເພີ່ມຂຶ້ນ ແລະ ຕົ້ນເຂົ້າກໍງອກງາມຄາດ
ກະວ່າຜົນໄດ້ຮັບຈະໄດ້ລື່ນຄາດໝາຍທີ່ວາງອອກ.

     ໂອກາດດັ່ງກ່າວສະຫາຍຫົວໜ້າການເມືອງກອງພັນໃຫຍ່ 642 ໄດ້ສະແດງຄວາມຍ້ອງຍໍຊົມ​ເຊີຍຕໍ່ບັນດາອ້າຍນ້ອງໜ່ວຍງານຜະລິດທີ່ເອົາໃຈໃສ່ບົວລະບັດຮັກສາ
ເຂົ້ານາດັ່ງກ່າວ. ຈາກນັ້ນສະຫາຍຍັງໄດ້ເນັ້ນໜັກມາຍັງບັນດາສະຫາຍພະນັກງານວິຊາການດັ່ງກ່າວ ຈົ່ງເພີ່ມທະວີຄວາມຮັບຜິດຊອບນຳເອົາຄວາມຮູ້ຄວາມສາມາດ ທີ່
ຮຽນມາປະກອບສ່ວນເຂົ້າໃນການປູກເຂົ້າລະດູນີ້ໃຫ້ມັນໄດ້ຮັບໝາກຜົນຕາມເປົ້າຫມາຍ.