ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບອູ່ສ້ອມແປງປະສົມລະຫວ່າງກົມໃຫຍ່ເຕັກນິກກອງທັບກັບກອງພົນທີ 1


ພິທີມອບ-ຮັບອູ່ສ້ອມແປງປະສົມ

     ວັນທີ 2 ມິຖຸນາ 2020 ນີ້, ໄດ້ມີພິທີມອບ-ຮັບອູ່ສ້ອມແປງປະສົມລະຫວ່າງກົມໃຫຍ່ເຕັກນິກກອງທັບກັບກອງພົນທີ 1, ໂດຍການກ່າວມອບຂອງ ສະຫາຍ ພົນຈັດ
ຕະວາ ຄອນສະຫວັນ ມິ່ງຈຳປາບານ ກຳມະການຄະນະພັກກົມໃຫຍ່, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ແລະ ກ່າວຮັບຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະ
ສິດ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານກອງພົນທີ 1, ມີຄະນະພັກ-ຄະ ນະບັນຊາ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂຄງການກໍ່ສ້າງອູ່ສ້ອມແປງປະສົມໃນຄັ້ງນີ້ ແມ່ນອີງຕາມທິດທາງໃນການປັບປຸງກໍ່ສ້າງພື້ນຖານໂຄງລ່າງໃນຖັນແຖວກອງທັບ ໃຫ້ນັບມື້ເຂັ້ມແຂງທັນສະໄໝທາງດ້ານ
ວຽກງານຮັບປະກັນສ້ອມແປງພາຫະນະເຕັກນິກການທະຫານ, ການກໍ່ສ້າງອູ່ສ້ອມແປງໃນຄັ້ງນີ້ແມ່ນເລີ່ມຕົ້ນແຕ່ວັນທີ 14 ມິຖຸນາ 2019 ຈົນມາເຖິງປັດຈຸບັນເປັນອາ
ຄານຊັ້ນດຽວສຳເລັດແລ້ວ 100%, ໃນຂະໜາດ 8 x 24 ແມັດ, ບ່ອນອັດສີດລົດ ຂະໜາດ 4,8 x12,5 ແມັດ ມີອາຄານຖານເກັບເຄື່ອງ 3 x 6 ແມັດ. ພ້ອມດຽວກັນນີ້,
ປະກອບດ້ວຍເຄື່ອງມືທີ່ທັນສະໄໝຄື: ເຄນເລື່ອນ, ປໍ້າລົມ, ຈັກອັດສີດ, ກະແຈລົມ, ກະແຈໄຂຄີງ, ກິກ ແລະ ຊຸດກຸນແຈຈຳນວນໜຶ່ງ, ທຸກຊິ້້ນສ່ວນໃນການກໍ່ສ້າງອາຄານ
ຖານທີ່ອູ່ສ້ອມແປງລົດ ແມ່ນລ້ວນແຕ່ຮັບປະກັນຄຸນນະພາບ 100%, ໂດຍການກໍ່ສ້າງແມ່ນ ບໍລິສັດ TPT 555 ກໍ່ສ້າງ,ໃນການກໍ່ສ້າງແມ່ນກົມໃຫຍ່ ເຕັກນິກກອງທັບ
ໄດ້ຊ່ວຍເຫຼືອທາງດ້ານໂຄງເຫຼັກ ແລະ ອຸປະກອນເຄື່ອງມືສ້ອມແປງ, ໃນມູນຄ່າ 253.116.000 ກີບ, ກອງພົນແມ່ນກໍ່ສ້າງໂຄງຮ່າງ ຮາກຖານ, ບ່ອນອັດສີດ, ຖານຮອງຮັບ
ບັນຈຸເຄື່ອງ ແລະ ປັບພື້ນທີ່ຄິດໄລ່ເປັນເງິນໃນມູນຄ່າ 103.263.000 ກີບ, ລວມມູນຄ່າໃນການກໍ່ສ້າງທັງໝົດແມ່ນ 356.379.000 ກີບ.

     ສະຫາຍ ພົນຈັດຕະວາ ຄອນສະຫວັນ ມ່ິງຈຳປາບານ ໄດ້ກ່າວວ່າ: ການກໍ່ສ້າງອູ່ສ້ອມແປງປະສົມໃຫ້ແກ່ກອງພົນທີ 1 ກໍເພື່ອຮັບປະກັນວຽກງານສ້ອມແປງເຕັກນິກຂອງ
ກົມກອງພວກສະຫາຍໃຫ້ເດີນແມ່ນແລ່ນສະດວກດີຍິ່ງຂຶ້ນ, ພ້ອມນັ້ນສະຫາຍຍັງໄດ້ໂອ້ລົມແລກປ່ຽນບົດຮຽນໃຫ້ພະນັກງານວິຊາສະເພາະຜູ້ທີ່ເຮັດວຽກງານຮັບປະກັນເຕັກນິກ
ຕ້ອງເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງໃຫ້ໜັກແໜ້ນ, ມີຄວາມຫ້າວຫັນ, ມີມານະອົດທົນຕໍ່ໜ້າທີ່ວຽກງານຂອງຕົນ ແລະ ຍັງໄດ້ກ່າວຄຳຂວັນທີ່ວ່າ: ເກົ່າແຕ່ໃຫ້ສະ
ອາດ, ຂາດຫ້ຽນກໍໃຫ້ສ້ອມ, ດົນນານແຕ່ຍິ່ງຍັງຮັກແສນອະນຸພາບຂອງຍຸດໂທປະກອນບໍ່ໃຫ້ເຊື່ອມຊອຍອີກດ້ວຍ.