ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 1 ຈັດ​ຕັ້ງ​ຍ້ອງຍໍ​ຜົນງານ 35 ປີ


ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ມອບຫຼຽນ​ໄຊ​ໃຫ້​ພະນັກງານ​ທີ່​ມີ​ຜົນງານ

     ໃນວັນທີ 3 ກັນຍາ 2020 ນີ້, ກອງພົນທີ 1 ໄດ້ຈັດຕັ້ງຍ້ອງຍໍຜົນງານໃຫ້ນາຍ ແລະ ພົນທະຫານທີ່ມີຜົນງານດີເດັ່ນໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ເລຂາຄະນະພັກຫົວໜ້າ ການເມືອງກອງພົນ, ມີຄະນະພັກ- ຄະນະບັນຊາແຕ່ລະ
ຂັ້ນ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນເຂົ້າຮ່ວມ.

     ໂດຍປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 116/ລບ ລົງວັນທີ 22/ 4/2019 ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ. ອີງຕາມຂໍ້ຕົກລົງຂອງກະ
ຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍສັນລະເສີນຜົນງານໃຫ້ກົມກອງ, ນາຍ ແລະ ພົນທະຫານ ກອງພົນທີ1 ອີງຕາມໜັງສືສະເໜີຂອງກົມໃຫຍ່ການເມືອງກອງທັບ
ສະບັບເລກທີ 4363/ກມທ ລົງວັນທີ 4 ສິງຫາ 2020 ເພື່ອຍ້ອງຍໍຜົນງານໃຫ້ ນາຍ ແລະ ພົນທະຫານ ຢູ່ກອງພົນທີ1 ທີ່ມີຜົນງານໃນການເຄື່ອນໄຫວປະຕິບັດໜ້າທີ່
ແກ້ໄຂຄວາມບໍ່ສະຫງົບຢູ່ເຂດຮັບຜິດຊອບຂອງກົມກອງສໍາເລັດຕາມແຜນການ. ດັ່ງນັ້ນກະຊວງປ້ອງກັນປະເທດ ຈຶ່ງຕົກລົງມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່
ບຸກຄົນ ຈໍານວນ 3 ສະຫາຍ ຄື: ຮ້ອຍເອກ ທອງດີ ສີປະເສີດ ຫົວໜ້າ ການທະຫານກອງຮ້ອຍສືບຂາ່ວກອງພັນ 15, ສະຫາຍ ສິບເອກ ວິນວິໄລ ໄຊສະຫວັດ ຫົວໜ້າ
ໝູ່ກອງຮ້ອຍສືບຂ່າວ, ສິບໂທ ປະຊາຄົມ ຮອງໝູ່ ກອງຮ້ອຍສືບຂ່າວ. ພ້ອມນີ້ກໍໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດໃຫ້ບຸກຄົນ ຈໍານວນ 5 ສະຫາຍ ແລະ ມອບ
ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບໃຫ້ບຸກຄົນອີກ 25 ສະຫາຍ. ຜົນງານຄຸນງາມຄວາມດີດັ່ງກ່າວ ສະແດງເຖິງກຽດສັກສີ ແລະ ໄຊຊະນະ ອັນໃຫຍ່ຫຼວງຂອງການ
ປະຕິວັດ, ເປັນການຊຸກຍູ້ສົ່ງເສີມນໍ້າໃຈຟົດຟື້ນປະຕິວັດ ແລະ ຕອບສະໜອງຜົນງານຂອງນາຍ ແລະ ພົນທະຫານຂອງກອງພົນທີ 1 ທີ່ໄດ້ອຸທິດຕົນເຄື່ອນໄຫວແກ້ໄຂໜໍ່
ແໜງຄວາມບໍ່ສະຫງົບ ແລະ ກວດລ້າງ ກຸ່ມຄົນບໍ່ຫວັງດີທີ່ຍັງເລື່ອນລອຍຢູ່ປ່າ ເພື່ອຫວັງມ້າງເພລະບອບການເມືອງຂອງ ລາວເຮົາ. ຕະຫຼອດໄລຍະຫຼາຍປີຜ່ານມາໂດຍ
ພາຍໃຕ້ການນໍາພາ ແລະ ສຶກສາອົບຮົມ ຈາກພັກ, ພະນັກງານ-ນັກຮົບ ກອງພົນທີ1 ຍາມໃດກໍມີຄວາມຈົງຮັກ, ພັກດີ, ບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມ
ງວດ. ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ກໍາລັງແຮງຂອງຕົນ. ມີຄວາມເດັດດ່ຽວໜຽວແໜ້ນ, ພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ, ເພື່ອປະ
ຊາຊົນ, ເພື່ອອຸດົມການສັງຄົມນິຍົມ, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກ, ມີມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ຍອມເສຍສະຫຼະຊີວິດ, ເລືອດ
ເນື້ອເພື່ອການປະຕິວັດ. ມີນໍ້າໃຈດຸໝັ້ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ ແລະ ປະຢັດທັດທ່ຽງ, ມີຄວາມສາມັກຄີ, ຊ່ວຍເຫຼືອປະຊາຊົນບັນດາ
ເຜົ່າຢ່າງກົມກຽວ.