ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈາກ​ກຸ່ມ​ທ້ອນ​ເງິນ​ທຳ​ມະ​ດາ​ກາຍ​ເປັນ​ກອງ​ທຶນ​ສາມັກຄີ


ພະນັກງານ-ນັກຮົບເຂົ້າຮ່ວມກອງປະຊຸມສະຫຼຸບ ກຸ່ມທ້ອນເງິນສາມັກຄີ

     ກອງທຶນ “ ກຸ່ມທ້ອນເງິນສາມັກຄີ ” ທີ່ເອື້ອຍນ້ອງສະຫະພັນແມ່ຍິງກອງບັນຊາການທະຫານແຂວງອັດຕະປືຕັ້ງຂຶ້ນ ນອກຈາກຈະເປັນການລະດົມທຶນເພື່ອພັດທະນາ
ຂອງຄອບຄົວສະມາຊິກແລ້ວຍັງເປັນການເຕົ້າໂຮມຄວາມສາມັກຄີເປັນນໍ້າໜຶ່ງໃຈດຽວຂອງສະມາຊິກແລ້ວ ຍັງ ສະແດງເຖິງຫົວຄິດປະດິດສ້າງທາງດ້ານການບໍລິຫານຄຸ້ມ
ຄອງກອງທຶນໃຫ້ເພີ່ມຂຶ້ນ ແລະ ກະຈາຍລາຍຮັບໃຫ້ກຸ່ມໄດ້ເປັນຢ່າງດີ.

     ສະຫາຍ ພັນຕີ ນາງ ອຸທະລີ ສີລາເພັດ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຮອງຫົວໜ້າພະແນກສະຫະພັນແມ່ຍິງທະຫານແຂວງອັດຕະປື ທັງເປັນຫົວໜ້າອະນຸ
ກຳມະການຮັບຜິດຊອບບັນຊາ ແລະ ຄັງເງິນກອງທຶນໃຫ້ຮູ້ວ່າ: ເລີ່ມແຕ່ປີ 2013-2019 ເປັນຕົ້ນມາພະນັກງານ-ນັກຮົບທຸກຄົນໄດ້ມີສ່ວນຮ່ວມສະສົມເງິນເດືອນເຂົ້າເປັນ
ເງິນກອງທຶນສາມັກຄີຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາຕົນເອງ-ພັດທະນາການຈັດຕັ້ງ, ປະກອບສ່ວນທຶນຮອນຝາກເງິນເຂົ້າກອງທຶນສາມັກຄີຊ່ວຍເຫຼືອ
ເຊິ່ງກັນ ແລະ ກັນໃນເວລາເຈັບເປັນ ແລະ ໃຫ້ກູ້ຢືມໄປພັດທະນາຄອບຄົວຕາມນະໂຍບາຍວາງອອກສະມາຊິກກອງທຶນສາມາດກູ້ຢືມໃນ ວົງເງິນ 10 ລ້ານ ກີບລົງມາຕໍ່ຄົນ.

     ກອງທຶນສາມັກຄີນີ້ສະມາຊິກກຸ່ມເປົ້າໝາຍແມ່ນພະນັກງານ-ນັກຮົບພາຍໃນກົມກອງເປັນຫຼັກ ແລະ ສາມາດຝາກ-ກູ້ຢືມຕາມລະບຽບການຂອງກອງທຶນກຸ່ມວາງອອກ.
ສະຫາຍ ພັນຕີ ນາງ ອຸທະລີ ສີລາເພັດ ຍັງກ່າວຕື່ມອີກວ່າ: ໃນຊຸມປີຕໍ່ໜ້າກອງທຶນສາມັກຄີຈະສືບຕໍ່ລະດົມສະມາຊິກໃຫ້ຫຼາຍ ແລະ ກວ້າງຂວາງກວ່າເກົ່າ.