ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງ ຈໍາປາສັກ ຈັດພິທີປູກຕົ້ນໄມ້


ກອງບັນຊາການທະຫານແຂວງ ຈໍາປາສັກ ໄດ້ຈັດພິທີປູກຕົ້ນເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

     ໃນວັນທີ 5 ມິຖຸນາ 2020 ນີ້, ກອງບັນຊາການທະຫານແຂວງ ຈໍາປາສັກ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຂຶ້ນຢ່າງເປັນທາງການ
ຢູ່ທີ່ສະໜາມຫັດແອບປາອາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າ
ແຂວງໆ ຈໍາປາສັກ, ມີສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ກຳມະການຄະນະພັກກອງບັນຊາການ ຫົວໜ້າ ການທະຫານ ກອງບັນຊາການທະຫານແຂວງ ຈໍາປາ
ສັກ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງກອງບັນຊາການ, ຄະນະນໍາແຂວງ ແລະ 9 ຕົວເມືອງ 1 ນະຄອນ, ເຈົ້າເມືອງໆ ປະທຸມພອນ, ຄະນະພັກ-ຄະນະບັນຊາ, ກໍາລັງ
ຫຼວງ-ກໍາລັງທ້ອງຖິ່ນ, ພະນັກງານ-ນັກຮົບພະແນກການອ້ອມຂ້າງແຂວງ, ບໍລິສັດຫ້າງຮ້ານພ້ອມດ້ວຍນັກທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວໃນພິທີປູກຕົ້ນໄມ້ໃນຄັ້ງນີ້ວ່າ: ໃນທຸກໆປີຂອງວັນທີ 1 ມິຖຸນາ ເຊິ່ງເປັນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອເປັນການ
ສືບຕໍ່ພັດທະນາຄຸ້ມຄອງປົກປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ, ປູກຕົ້ນໄມ້ໃຫ້ເປັນປ່າສີຂຽວຮົ່ມເຢັນງາມຕາ, ເປັນບ່ອນອາໄສແກ່ສິ່ງທີ່ມີຊີວິດ. ຕົ້ນໄມ້ທີ່ນໍາ
ມາປູກໃນຄັ້ງນີ້ລວມທັງໝົດມີ 4.500 ເບ້ຍ. ໃນນັ້ນ, ມີເບ້ຍໄມ້ອຸດສາຫະກໍາ 2.500 ເບ້ຍ, ກະສິກໍາ 1.500 ເບ້ຍ, ເບ້ຍໄມ້ປະດັບ 500 ເບ້ຍ, ລວມມູນຄ່າທັງໝົດ
85.600.000ກີບ. ເຊິ່ງຈະປູກຢູ່ສະໜາມປາອາວ 950 ເບ້ຍ, ສ່ວນຍັງເຫຼືອ 3.550 ເບ້ຍເເມ່ນຈະໄດ້ນໍາໄປປູກຢູ່ແຕ່ລະສໍານັກງານອົງການແຕ່ລະກົມກອງ ແລະ ກອງ
ບັນຊາການທະຫານແຂວງ 9 ຕົວເມືອງ, 1 ນະຄອນ ຂອງແຂວງ ຈໍາປາສັກ. ເຊິ່ງພາຍຫຼັງທີ່ປູກສໍາເລັດແມ່ນໄດ້ມອບໃຫ້ພະນັກງານ-ນັກຮົບ ເປັນຜູ້ບົວລະບັດຮັກສາ
ຕົ້ນໄມ້ດັ່ງ ກ່າວໃຫ້ຈະເລີນເຕີບໃຫຍ່ຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ໄດ້ກ່າວເປີດພິທີປູກຕົ້ນໄມ້ຂອງກອງບັນຊາການ
ທະຫານແຂວງຢ່າງເປັນທາງການ. ຈາກນັ້ນຄະນະນໍາຂັ້ນແຂວງ ແຂກຖືກເຊີນ ແລະ ຜູ້ເຂົ້າຮ່ວມ ໄດ້ດໍາເນີນການປູກຕົ້ນໄມ້ດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມ
ໝາຍຄວາມສໍາຄັນຢ່າງເລິກເຊິ່ງ.