ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ


ພະນັກງານໂຮງໝໍສູນກາງ 103 ກອງທັບບໍລິຈາກເລືອດໃຫ້ອົງການກາແດງລາວ

     ຕອນເຊົ້າ, ວັນທີ 4 ກໍລະກົດ 2019 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ເປີດຮັບບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ຈັນທະພອນ ອຸດົມສຸກ ຄະນະພັກ-ຄະນະອຳນວຍການ ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ, ມີສະຫາຍ ດຣ ຄຳຈັນ ຄຳມະນີວົງ ຫົວໜ້າພະແນກ ປຸກລະ
ດົມບໍລິຈາກເລືອດອົງການກາແດງລາວ, ພ້ອມພະນັກງານ ວິຊາການຈາກສູນບໍລິຈາກເລືອດ, ມີພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານແພດໝໍທົ່ວໂຮງໝໍສູນກາງ
103 ກອງທັບເຂົ້າຮ່ວມຢ່າງພ້ອມພຽງ.

     ການຮັບບໍລິຈາກເລືອດໃນຄັ້ງນີ້ ແມ່ນໄດ້ເລືອດຈຳນວນ 30 ຖົງໃນ ຈຳນວນຜູ້ເຂົ້າຮ່ວມບໍລິຈາກ ທັງໝົດ 30 ສະຫາຍ, ຍິງ 21ສະຫາຍ, ບໍລິກາກເລືອດໃນຄັ້ງນີ້ກໍ
ເພື່ອເປັນການປະຕິບັດຕາມແຜນການບໍລິຈາກເລືອດປະຈຳປີ 2019 ຂອງໂຮງໝໍສູນກາງ 103 ກອງທັບ ແລະ ເປັນການຂຸ້ນຂ້ຽວໃນການຕອບສະໜອງເລືອດ ໃຫ້ແກ່ຜູ້
ເຈັບປ່ວຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄຂ້ເລືອດອອກ, ທີ່ກຳລັງລະບາດໃນປັດຈຸບັນ. ໂອກາດນີ້ ສະຫາຍ ດຣ ຄຳຈັນ ຄຳມະນີວົງ ໄດ້ຕາງໜ້າໃຫ້
ສູນບໍລິຈາກເລືອດ ອົງການກາແດງລາວ ຂຶ້ນກ່າວຂອບໃຈບັນດາພະນັກງານແພດ-ໝໍທົ່ວໂຮງໝໍສູນກາງ 103 ກອງທັບ, ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ນອກຈາກຮັບ
ໃຊ້ຜູ້ບາດເຈັບ ແລະ ເຈັບປ່ວຍແລ້ວຍັງໄດ້ເສຍສະຫຼະເລືອດຂອງຕົນເອງ ເພື່ອກອບກູ້ເອົາຊີວິດຂອງຄົນເຈັບດ້ວຍຄວາມບໍລິສຸດໃຈນຳອີກ.