ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄອບຄົວ ຮ້ອຍໂທ ນາງ ໄພວັນ ດວງມາລາ ໜຶ່ງໃນຄອບຄົວຕົວແບບດ້ານ​ການ​ເພາະ​ພັນ​ກົບ


ສະຫາຍ ຮ້ອຍໂທ ນາງ ໄພວັນ ດວງມາລາ ໜຶ່ງໃນຄອບຄົວຕົວແບບໃນກອງຜະລິດກະສິກຳເລກ 2

     ຄອບຄົວ ສະຫາຍ ຮ້ອຍໂທ ນາງ ໄພວັນ ດວງມາລາ ແມ່ນໜຶ່ງໃນຄອບຄົວຕົວແບບໃນກອງ ຜະລິດກະສິກຳເລກ 2 ເປັນຄອບຄົວທີ່ຂະຫຍັນຂັນແຂງເຮັດແທ້ທຳ
ຈິງໃນການສ້າງເສດຖະກິດຄອບຄົວດ້ວຍການລ້ຽງກົບ-ເພາະພັນລູກກົບຂາຍ ທັງເປັນຄອບຄົວທີ່ມີທັດສະນະອອກແຮງງານດຸໝັ່ນຂະຫຍັນພຽນ ກາຍເປັນຄອບຄົວຕົວ
ແບບໃຫ້ແກ່ພະນັກງານ-ນັກຮົບໄດ້ປະພຶດປະຕິບັດຕາມ.

     ສະຫາຍ ຮ້ອຍໂທ ນາງ ໄພວັນ ດວງມາລາ ຊ່ວຍວຽກການເງິນກອງຜະລິດກະສິກຳເລກ 2 ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບ ວ່າ: ພາຍຫຼັງໄດ້ສ້າງຄອບ
ຄົວກັບ ສະຫາຍ ຮ້ອຍເອກ ພົງສະຫວັນ ວິໄລສີ ຄູສອນເຫຼົ່າຮົບເຄມີສາດ ຫ້ອງອົບຮົມກໍ່ສ້າງວິທະຍາຄານກົມມະດໍາ ໃນປີ 2017 ມີລູກນໍາກັນ 1 ຄົນ, ໃນເບື້ອງຕົ້ນການ
ສ້າງຄອບຄົວກໍມີຄວາມຫຍຸ້ງຍາກຝືດເຄືອງຫຼາຍປະການ, ເນື່ອງຈາກວ່າອາໄສຢູ່ນໍາຄອບຄົວພໍ່ແມ່ທັງຄອບຄົວ ເປັນພະນັກງານລັດຖະກອນອາໄສແຕ່ເງິນເດືອນເປັນຫຼັກ
ແຕ່ຍ້ອນຄອບຄົວມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ດຸໝັ່ນຂະຫຍັນພຽນ, ປະຢັດສັດທ່ຽງ ຈຶ່ງໄດ້ພ້ອມກັນຊອກຫາທາງອອກເພື່ອຊອກຫາແຫຼ່ງລາຍຮັບເພີ່ມໃສ່ເງິນເດືອນ
ໂດຍປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄອບຄົວຈຶ່ງໄດ້ມີຄວາມເປັນເອກະພາບກັນເລືອກເອົາການລ້ຽງກົບ-ເພາະພັນ
ກົບເປັນຫຼັກ, ຍ້ອນວ່າຄວາມຕ້ອງການຂົງເຂດດັ່ງກ່າວນັ້ນແມ່ນຍັງຫຼາຍ ໂດຍອາໄສເວລາຫວ່າງນອກໂມງການເພື່ອສ້າງເສດຖະກິດຄອບຄົວ.

     ການສ້າງເສດຖະກິດຄອບຄົວ ໄດ້ເລີ່ມແຕ່ປີ 2017 ເປັນຕົ້ນມາ, ໄດ້ໄປສຶກສາເຖິງຄວາມຕ້ອງ ການຂອງທ້ອງຕະຫຼາດຂົງເຂດນັ້ນເຫັນວ່າຍັງຕ້ອງການຫຼາຍ, ພ້ອມ
ທັງໄດ້ສຶກສາດ້ານການປະສົມພັນກົບ ແລະ ວິທີອະນຸບານກົບນໍາວິຊາການກອງຜະລິດກະສິກຳເລກ 2 ແລະ ຜູ້ທີ່ມີປະສົບການມາກ່ອນ. ຈາກນັ້ນ, ກໍໄດ້ເລີ່ມລ້ຽງກົບ ແລະ
ປະສົມພັນກົບໃນປີນັ້ນເລີຍ, ໂດຍທຶນຮອນໃນເບື້ອງຕົ້ນແມ່ນໄດ້ມາຈາກການ ປະຢັດເງິນເດືອນຂອງຜົວເມຍ ແລະ ໄດ້ຢືມນໍາພໍ່ແມ່ຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນການ
ສ້າງຟາມກົບ, ສ້າງອ່າງລ້ຽງກົບ, ໄລຍະເບື້ອງຕົ້ນແມ່ນໄດ້ຊື້ພໍ່-ແມ່ພັນກົບ ຈໍານວນ 30 ຄູ່ ມາລ້ຽງເພື່ອປະສົມພັນ ໂດຍໄດ້ເລີ່ມປະສົມພັນກົບນັບແຕ່ເດືອນ ມີນາ ຫາ ສິງ
ຫາ 2017, ປະສົມພັນລະດູໜຶ່ງປະມານ 27 ຄັ້ງຕໍ່ປີ, ໄດ້ລູກກົບ 32.200 ໂຕ, ສ້າງລາຍຮັບໄດ້ 9.660.000 ກີບ, ໃນປີ 2018 ໄດ້ຂະຫຍາຍອ່າງປະສົມພັນກົບ ຕື່ມ 4
ອ່າງ, ມີພໍ່ແມ່ພັນທັງໝົດ 70 ຄູ່, ສາມາດປະສົມພັນລູກກົບໄດ້ 120.200 ໂຕ, ສ້າງລາຍຮັບໄດ້ 36.000.000 ກີບ, ປີ 2019 ຈຶ່ງໄດ້ຈົກໜອງປາເພີ່ມຕື່ມອີກ 2 ໜອງ,
ໜອງໜຶ່ງເຮັດເປັນບ່ອນ ອະນຸບານກົບ, ອີກໜອງໜຶ່ງແມ່ນໄດ້ເອົາປາມາລ້ຽງ ເພື່ອແກ້ໄຂຄອບຄົວ, ໃນປີນີ້ມີພໍ່ແມ່ພັນກົບທັງໝົດ 250 ຄູ່ ໄດ້ເລີ່ມປະສົມພັນກົບມາແຕ່
ຕົ້ນເດືອນ ມີນາ ມາຮອດຕົ້ນເດືອນ ມີຖຸນາ 2020 ສາມາດເພາະພັນກົບໄດ້ 93.100 ໂຕ ສ້າງລາຍຮັບໄດ້ 27.930.000 ກີບ. ນອກຈາກໄດ້ລ້ຽງກົບ-ເພາະພັນກົບແລ້ວ,
ທາງຄອບຄົວຍັງໄດ້ລ້ຽງເປັດ-ໄກ່ ແລະ ລ້ຽງປາ ເພື່ອໄວ້ແກ້ໄຂຄອບຄົວອີກດ້ວຍ.

     ສະຫາຍ ຍັງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ດ້ານຫຍຸ້ງຍາກຫຼາຍອັນ ຜ່ານການສ້າງເສດຖະກິດ ຄອບຄົວໃນໄລຍະຜ່ານມາ, ດ້ານຂໍ້ສະດວກ: ແມ່ນມີພື້ນທີ່ໃນການ
ສ້າງຟາມທີ່ເໝາະສົມ, ລະບົບນໍ້າມີຄວາມສະດວກຍ້ອນວ່າມີຄອງຊົນລະປະທານໄຫຼຜ່ານ ແລະ ມີບ່ອນຈໍາໜ່າຍຫຼາຍ (ລູກຄ້າ ຫຼາຍ), ດ້ານຂໍ້ຫຍຸ້ງຍາກ: ຕົ້ນຕໍແມ່ນສະ
ພາບອາກາດບໍ່ເອື້ອອໍານວຍ, ອາກາດຮ້ອນອົບເອົ້າເຮັດໃຫ້ການອະນຸບານລູກອ່ອນ ບໍ່ໄດ້ຕາມເປົ້າໝາຍ, ລວມທັງຍັງຂາດແຮງງານຊ່ວຍວຽກ, ເວລາລູກຄ້າຕ້ອງການລູກ
ກົບດ່ວນ ບໍ່ສາມາດນັບກົບໄດ້ທັນເວລາທີ່ລູກຄ້າສັ່ງ. ແຕ່ເຖິງແນວໃດກໍຕາມຄອບຄົວກໍໄດ້ມີຄວາມເປັນເອກະພາບກັນສູງ ຕັດສິນໃຈຜ່ານຜ່າຂໍ້ຫຍຸ້ງຍາກດັ່ງກ່າວ ເພື່ອ
ພັດທະນາຄອບຄົວໃຫ້ນັບມືດີຂຶ້ນ ແລະ ໃນຕໍ່ໜ້ານີ້, ທາງຄອບຄົວຈະຮັບແຮງງານມາຊ່ວຍ, ຈະສືບຕໍ່ຂະຫຍາຍອ່າງລ້ຽງກົບ-ອ່າງເພາະພັນກົບເພີ່ມຕື່ມເພື່ອເພາະພັນກົບ
ໃຫ້ໄດ້ຫຼາຍກວ່າເກົ່າ ແລະ ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າປີຜ່ານມາ.

     ສະຫາຍ ຍັງໄດ້ກ່າວຕື່ມວ່າ: ເຖິງວ່າການສ້າງເສດຖະກິດຄອບຄົວໃນໄລຍະ 3 ປີ ຜ່ານມາ ຈະໄດ້ບໍ່ຫຼາຍ ແຕ່ກໍເຮັດໃຫ້ສະພາບເສດຖະກິດຂອງຄອບຄົວດີຂຶ້ນເທື່ອ
ລະກ້າວ ຊີວິດການເປັນຢູ່ກໍໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ ທັງເຮັດໃຫ້ຄອບຄົວມີຄວາມສາມັກຄີປອງດອງກັນ ແລະ ຄອບຄົວມີຄວາມຜາສຸກດີ.