
ປູກຝັງ-ລ້ຽງສັດກໍເດັ່ນ ປະຕິບັດລະບຽບວິໄນກໍດີ

    ສະຫາຍ ຮ້ອຍໂທ ອຳໄພ ມິ່ງທະໄຊ
  
     ເມື່ອເວົ້າເຖິງບຸກຄົນທີ່ດຸໝັ່ນ, ຫ້າວຫັນ ແລະ ມີຄວາມບຸກບືນຕັ້ງໜ້າສູ້ຊົນ, ປະຕິບັດຄຳສັ່ງຂອງຜູ້ ບັນຊາ, ຂໍ້ກຳນົດກົດລະບຽບຂອງກົມກອງ  ໄດ້
    ດີແລ້ວນັ້ນ ແລະ ຍັງດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ປະຢັດມັດທະຍັດ, ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ
  ຄວາມເຂັ້ມແຂງດ້ວຍຕົນເອງນັບວ່າເປັນບຸກຄົນທີ່ເປັນແບບຢ່າງ ແລະ ຢືນຢູ່ແຖວໜ້າຂອງກົມກອງຕະຫຼອດມາ. 
     ສະຫາຍ ຮ້ອຍໂທ ອຳໄພ ມິ່ງທະໄຊ  ເຊິ່ງເປັນລູກຂອງ ພໍ່ ບຸນສວນ ແລະ  ແມ່ໄມຈັນ ມິ່ງທະໄຊ ຢູ່ບ້ານຊະນະໄຊ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ດິນ
    ແດນຖິ່ນອາໄສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາໄມ້ເກດສະໜາລາຄາແພງທົ່ງນາແຊງກວ້າງໄກພະບາດໃຫຍ່ໂພນສັນຄົນຊ່າ ລືກ່າວເອີ້ນກຸຫຼາບປາກຊັນ.
    ພາຍຫັຼງທີ່ຮຽນຈົບມັດຖະຍົມຕອນປາຍໃນປີ 2012 ສະຫາຍ ກໍໄດ້ໄປສຶກສາຕໍ່ສາຍການເມືອງ-ການປົກຄອງຂັ້ນປະລິນຍາຕີ ຢູ່ ສສ  ຫວຽດນາມເປັນເວ
    ລາ 5 ປີ, ຫຼັງຈາກຮຽນຈົບ ຍ້ອນມີນໍ້າໃຈຮັກຊາດຢາກປະກອບສ່ວນເຂົ້າໃນວຽກງານປ້ອງຊາດ ກໍຄືການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ
    ສ້າງສາພັດທະນາປະເທດຊາດ, ສະຫາຍຈຶ່ງໄດ້ຕັດສິນໃຈກ້າວເຂົ້າ ສູ່ຄອບຄົວໃຫຍ່ກອງທັບ ເພື່ອປະກອບສ່ວນຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຈິດໃຈ
    ປະຕິວັດໃນ  ວັນທີ 26 ຕຸລາ  2017 ເຊິ່ງສັງກັດຢູ່ ກອງພັນ ເຄື່ອນທີ່ໄວ 428 ກອງພັນໃຫຍ່  497 ຈາກນັ້ນ, ສະຫາຍ ໄດ້ຮຽນຮູ້ຂໍ້ກຳນົດກົດລະບຽບ
    
    ຕ່າງໆ ຂອງກອງທັບ  ເປັນຕົ້ນແມ່ນຮຽນ ຮູ້ຄຳປະຕິຍານ 8 ຂໍ້ຂອງກອງທັບ, ວິໄນ 8 ຂໍ້ຂອງກອງທັບ, ລະບຽບ 12 ຂໍ້ຕໍ່ປະຊາຊົນ ແລະ  ຂໍ້ກຳນົດ 7 ລະ
    ບອບ 18 ວຽກໃນມື້ໜຶ່ງຂອງກອງທັບ. ໃນເບື້ອງຕົ້ນ  ສະຫາຍ  ຍັງບໍ່ທັນໄດ້ລຶງເຄີຍກັບການຢູ່ຮ່ວມກັນຫຼາຍຄົນໃນຄອບຄົວໃຫຍ່ ບວກກັບການມີລະ
    ບຽບວິໄນທີ່ເຂັ້ມງວດ, ແຕ່ສະຫາຍກໍຄ່ອຍໆປັບປຸງເຝິກຝົນຫຼໍ່ຫຼອມຕົນເອງບໍ່ວ່າຈະເປັນຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ  ເອົາ
    ໃຈໃສ່ປະຕິບັດບັນດາມະຕິຄຳສັ່ງຂອງຜູ້ບັນ ຊາແຕ່ລະຂັ້ນ,  ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ຂອງກົມກອງວາງອອກໄດ້ເປັນຢ່າງດີ.
     ສະຫາຍຍັງເປັນບຸກຄົນທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ ແລະ  ມີຄວາມສາມັກຄີຮັກແພງກັບໝູ່ ເພື່ອນມິດສະຫາຍຢູ່ໃນກົມກອງຢ່າງແໜ້ນແຟ້ນ, ນອກ
  ຈາກປະຕິບັດລະບຽບວິໄນໄດ້ດີແລ້ວ ສະຫາຍ  ຮ້ອຍໂທ ອຳໄພ ມິ່ງທະໄຊ ຍັງເປັນຜູ້ທີ່ມີທັດສະນະໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ
  ເພື່ອສ້າງແຫ່ຼງລາຍຮັບໃຫ້ແກ່ຕົນເອງ ໂດຍບໍ່ອີງໃສ່ແຕ່ເງິນເດືອນທີ່ຂັ້ນເທິງ ຕອບສະໜອງໃຫ້,  ເຊິ່ງໃນເວລາວ່າງ ສະຫາຍ ຈະກົ້ມໆເງີຍໆຢູ່ກັບຮົ້ວສວນ,
  ໄດ້ປູກພືດຜັກຊະນິດຕ່າງໆ  ເປັນຕົ້ນແມ່ນຜັກກາດ,  ຜັກ ບົ້ງ, ຜັກຫົມ, ຜັກໜອກ, ຜັກຫອມ ບ່ົວ-ຫອມປ້ອມ  ເພື່ອມອບພັນທະໃຫ້ກົມກອງ ແລະ ຂາຍໃຫ້
  ແມ່ຄ້າທາງນອກ ຫຼື ບາງເທື່ອແມ່ຄ້າກໍ ເຂົ້າມາຊື້ຢູ່ໃນສວນ,  1 ປີຜ່ານມາ ສະຫາຍ ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ປະມານ 3.552.000
  ກີບ  ຍັງມີເງິນຝາກໄວ້ຢູ່ທະນາຄານຈຳນວນໜຶ່ງ.
     ສະຫາຍ ພັນໂທ ບຸນຈັນ ຊາຍຍະກຸນ ຮອງຫົວໜ້າການເມືອງ  ກອງພັນ 428 ໄດ້ຢັ້ງຢືນວ່າ: ສະຫາຍ ຮ້ອຍໂທ ອຳໄພ ມິ່ງທະໄຊ ເປັນຜູ້ໜຶ່ງທີ່ດີເດັ່ນ,
  ມີຄວາມຈູບຈ້າວຫ້າວຫັນຕໍ່ໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບການມອບໝາຍ ແລະ ປະຕິບັດຂໍ້ກຳນົດກົດລະບຽບຕ່າງໆ  ຂອງກົມກອງໄດ້ດີ ໂດຍສະເພາະ
  ແມ່ນຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບຢ່າງເຂັ້ມງວດ. ຍ້ອນຄວາມດຸໝັ່ນຂະຫຍັນພຽນ ແລະ ຄຸນສົມບັດສິນທຳປະຕິວັດ ສະຫາຍ
  ຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຢູ່ໃນກົມກອງຕະຫຼອດມາ, ສົມແລ້ວທີ່ເປັນພະນັກງານທີ່ຫ້າວຫັນ
  ແລະ ເປັນບຸກຄົນຕົວແບບຢ່າງທີ່ດີຂອງກົມກອງ. 
ຂ່າວ-ພາບ: ທະນູວັນ
    ວັນທີ 09/08/2021