ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າ ການເມືອງກອງພົນທີ 5 ​ເຄື່ອນ​ໄຫວ​ມອບ​ເຄື່ອງ​ໃຫ້​ພະນັກງານ-ນັກຮົບ


ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ພ້ອມ​ດ້ວຍ​ຄະນະລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ພະນັກງານ-ນັກຮົບ

     ໃນລະຫວ່າງວັນທີ 4-5 ກັນຍາ 2020 ນີ້, ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ຫົວໜ້າ ການເມືອງກອງພົນທີ 5 ພ້ອມດ້ວຍອົງການຈັດຕັ້ງມະຫາຊົນກອງພົນທີ 5
ໄດ້ເຄື່ອນໄຫວຢ້ຽມຢາມພະນັກງານ-ນັກຮົບຢູ່ເຂດຫ່າງໄກສອກຫຼີກ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ລິນທອງ ວໍລະບຸດ ຄະນະຊີ້ນຳພາກສະໜາມ ພ້ອມດ້ວຍພະ
ນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ.

     ໃນການເຄື່ອນໄຫວຢ້ຽມຢາມ ຄັ້ງນີ້, ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ໄດ້ສະແດງຄວາມຢື້ຢາມຖາມຂ່າວເຖິງຄວາມສຸກທຸກຂອງພະນັກງານ-ນັກຮົບ ໃນການ
ປະຕິບັດໜ້າທີ່ວຽກງານ ໄລຍະຜ່ານມາ ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ຈາກນັ້ນ, ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບຈົ່ງສືບຕໍ່ພ້ອມ
ກັນສູ້ຊົນສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບ ມອບໜາຍ, ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ມີສະຕິຕື່ນຕົວຕ້ານ
ທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຈົງຮັກພັກດີເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດກົດໜາຍຂອງລັດ ຂໍ້ກຳນົດກົດລະ
ບຽບຂອງກອງທັບ ກໍຄືການຊີ້ນຳຂອງຄະນະພັກ-ຄະນະ ບັນຊາ. ໂອກາດຄັ້ງນີ້, ສະຫາຍ ຫົວໜ້າ ການເມືອງກອງພົນ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນໄດ້ນຳເອົາເຄື່ອງ
ອຸປະໂພກ-ບໍລິໂພກມອບໃຫ້ ເພື່ອສະແດງເຖິງຄວາມເປັນຫວ່ງເປັນໃຍຕໍ່ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼິກ.

     ຈາກນັ້ນ, ເພື່ອສະແດງເຖິງຄວາມຮູ້ບຸນຄຸນ, ສະຫາຍ ພັນຕີ ໂພຄຳ ຈັນທະວົງ ໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ສະແດງຄວາມຂອບໃຈຕໍ່ຄະນະ
ພັກ-ຄະນະບັນຊາ ກອງພົນທີ 5 ກໍຄືອົງການຈັດຕັ້ງມະຫາຊົນທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍນຳເອົາເຄື່ອງຂອງມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳ
ເອົາເຄື່ອງຂອງດັ່ງກ່າວໄປແຈກຢາຍໃຫ້ພະນັກງານ-ນັກຮົບຢ່າງທົ່ວເຖິງ.