ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັກຮົບຜູ້ດຸໝັ່ນຂະຫຍັນ​ພຽນ

     ສະຫາຍ ສິບເອກ ລາຊັນ ຈັນທະວົງ ແມ່ນນັກຮົບຜູ້ໜຶ່ງທີ່ສັງກັດຢູ່ໂຮງຮຽນການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງຫຼວງພະບາງ ເຊິ່ງ
ເປັນຕົ້ນແບບໃນການປະຕິບັດຂໍ້ກໍານົດ, ກົດລະບຽບ 7 ລະບອບ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ, ຜູ້ກ່ຽວມີຄວາມຫ້າວຫັນ ໃນການປະ
ຕິບັດໜ້າທີ່ວຽກງານ, ດຸໝັ່ນຄົ້ນຄວ້າຮໍ່າຮຽນ, ມີທັດສະນະຄຸນສົມບັດດີບວກກັບທັດສະນະອອກແຮງງານເພີ່ມພູນຜະລິດຜົນ ຊອກແຫຼ່ງລາຍຮັບເພີ່ມ
ໂດຍບໍ່ເອື່ອຍອີງໃສ່ແຕ່ເງິນເດືອນທີ່ພັກ-ລັດສະໜອງໃຫ້. ໃນນີ້, ສະຫາຍ ໄດ້ສູ້ຊົນດ້ວຍຄວາມດຸໝັ່ນຂະຫຍັນພຽນທີ່ເປັນລູກຊາວໄຮ່, ຊາວນາສືບທອດ
ຕາມພໍ່ແມ່ມາແຕ່ຖິ່ນຖານບ້ານເກີດນັ້ນບວກກັບທັດສະນະດຸໝັ່ນຂະຫຍັນພຽນ ຈຶ່ງເກີດມີແນວຄິດຢາກພັດທະນາຕົນເອງດ້ວຍການປູກຝັງ-ລ້ຽງສັດຕາມ
ທິດນໍາ 4 ປູກ 4 ລ້ຽງທີ່ ກົມໃຫຍ່ພະລາທິການກອງທັບວາງອອກ ຈົນໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະພັກ-ຄະນະບັນຊາ ແລະ ໝູ່ເພື່ອນພາຍໃນ
ກົມກອງວ່າ: ສົມແລ້ວທີ່ເປັນນັກຮົບຜູ້ຫ້າວຫັນຈາກການ ປູກຝັງ-ລ້ຽງສັດ.

     ພາຍຫຼັງສະຫາຍຮຽນຈົບຊັ້ນມັດທະຍົມຕອນປາຍ, ສະຫາຍໄດ້ສະໝັກໃຈເຂົ້າຮັບໃຊ້ຊາດໃນຊຸດເຄື່ອງແບບສີຂຽວ ແລະ ເປັນສະມາຊິກຄອບຄົວໃຫຍ່
ຂອງ ກອງທັບປະຊາຊົນລາວ ໃນປີ 2017 ເຊິ່ງເບື້ອງຕົ້ນໄດ້ເປັນທະຫານພັນທະຖືກບັນຈຸຢູ່ ໂຮງຮຽນການທະຫານທ້ອງຖິ່ນກອງບັນຊາການທະຫານແຂວງ
ຫຼວງພະບາງ. ຕະຫຼອດໄລຍະຜ່ານມາ ສະຫາຍ ສິບເອກ ລາຊັນ ຈັນທະວົງ ໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າຮຽນຮູ້ ເພື່ອເຝິກຝົນ ຫຼໍ່ຫຼອມຕົນເອງຢ່າງຮອບດ້ານ
ແລະ ໄດ້ປະກອບສ່ວນສໍາຄັນເຂົ້າ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບກໍຄືການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກ ໃນມື້
ໜຶ່ງຂອງກອງທັບ, ຍົກສູງສະຕິຕໍ່ການຈັດຕັ້ງ, ມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ກົມກອງ ແລະ ໝູ່ເພື່ອນ, ອັນພົ້ນເດັ່ນສະຫາຍ ແມ່ນໄດ້ໃຊ້ເວລາວ່າງນອກ
ໂມງການດ້ວຍການເພີ່ມພູນຜະລິດຜົນ ປູກຝັງ-ລ້ຽງສັດ ຕາມຂໍ້ກໍານົດຂອງຂັ້ນເທິງ ກໍ່ຄືໂຮງຮຽນວາງອອກເຊິ່ງຄາດໝາຍ ຜູ້ໜຶ່ງໃຫ້ໄດ້ 80 ກິໂລກຼາມຕໍ່ປີ
ເພື່ອສະໜອງເຂົ້າເຮືອນຄົວລວມ ໃນນັ້ນ, ການປູກຝັງໄດ້ແບ່ງອອກເປັນ 3 ງວດ, ເຊິ່ງເຫັນວ່າຜົນໄດ້ຮັບລື່ນຄາດໝາຍຈຶ່ງໄດ້ນໍາມາຂາຍ ເພື່ອແກ້ໄຂໃຫ້
ຄອບຄົວຂອງພະນັກງານ ແລະ ຂາຍສູ່ທ້ອງຕະຫຼາດຈໍານວນໜຶ່ງ, ລ້ຽງເປັດ 50 ກວ່າໂຕ, ໄກ່ລາດພັນພື້ນ ເມືອງ 40 ກວ່າໂຕ ສາມາດສ້າງລາຍຮັບຈາກ
ການຂາຍພືດຜັກ ແລະ ສັດລ້ຽງໄດ້ 4 ລ້ານກວ່າກີບ. ດ້ວຍ ຄວາມປະຢັດມັດທະຍັດ, ບໍ່ຫຼິ້ນກິນພຸ່ມເພືອຍ ແລະ ໃຊ້ຈ່າຍຢ່າງມີເຫດຜົນ ເພື່ອຮັບປະກັນ
ເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງ ໄດ້ຮັບການພັດທະນາດີຂຶ້ນຈຶ່ງໄດ້ເກັບທ້ອນເງິນເດືອນທີ່ເຫຼືອຈາກການຫັກອັດຕາກິນ ແລະ ເຂົ້າຫວຍ ເພື່ອເປັນທຶນ
ຮອນສະສົມໄວ້ໃນຍາມຈໍາເປັນສ່ວນໜຶ່ງສະຫາຍໄດ້ຝາກໄປໃຫ້ຄອບຄົວພໍ່ແມ່.

     ນອກຈາກນີ້ ສະຫາຍ ຍັງມີແຜນຈະສ້າງໜອງລ້ຽງປາ ແລະ ຂະຫຍາຍການຜະລິດ ໃຫ້ຫຼາຍຂຶ້ນກວ່າເກົ່າ. ຈາກຜົນງານດັ່ງກ່າວ, ສະຫາຍ ພັນໂທ ຖາ
ວອນ ວິລະສັກ ຫົວໜ້າ ການເມືອງໂຮງຮຽນການທະຫານທ້ອງຖິ່ນ ແຂວງ ຫຼວງພະບາງ ໄດ້ໃຫ້ການຢັ້ງຢືນວ່າ ສະຫາຍ ສິບເອກ ລາຊັນ ຈັນທະວົງ ແມ່ນ
ນັກຮົບຜູ້ໜຶ່ງທີ່ມີຄວາມຫ້າວຫັນ ແລະ ຕື່ນຕົວສູງຕໍ່ການຈັດຕັ້ງຍາມໃດກໍຄົ້ນຄວ້າຊອກຮູ້ຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມຕົນເອງ ຢ່າງຕໍ່ເນື່ອງ ເພື່ອສ້າງໃຫ້ກາຍ
ເປັນນັກຮົບຜູ້ທີ່ດີເດັ່ນ ແລະ ເປັນນັກຮົບທີ່ມີຄວາມຖະໜອມຖ່ອມຕົວໃນໝູ່ມະຫາຊົນ ແລະ ເປັນແບບຢ່າງໃນການປະຕິບັດ 7 ລະບອບ 18 ວຽກຂອງ
ກອງທັບຢ່າງເຂັ້ມງວດ, ມີຄວາມສາມັກຄີຮັກແພງເພື່ອນມິດສະຫາຍພາຍໃນ-ພາຍນອກຢ່າງກວ້າງຂວາງສົມແລ້ວທີ່ເປັນນັກຮົບຜູ້ດຸໝັ່ນ ຂະຫຍັນພຽນ
ໃນກົມກອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/03/2022