ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການປົກຄອງເມືອງ ນາໝໍ້ ແຂວງ ອຸດົມໄຊມອບລົດກະບະ​ໃຫຍ່​ໃຫ້​ທະຫານ​ເມືອງ ນາໝໍ້


ຫ້ອງ​ວ່າການປົກຄອງ​ເມືອງ ນາໝໍ້ ມອບ​ລົດກະບະ​ໃຫ້ກອງບັນຊາການທະຫານ ເມືອງນາໝໍ້

     ໃນເດືອນມິຖຸນາ 2019 ຜ່ານມານີ້, ຫ້ອງວ່າການປົກຄອງເມືອງ ນາໝໍ້, ແຂວງ ອຸດົມໄຊ ໄດ້ຈັດພິທີມອບລົດກະບະ 4 ປະຕູ ມູນຄ່າ 150.000.000 ກີບ ໃຫ້ກອງ
ບັນຊາການທະຫານເມືອງນາໝໍ້, ໂດຍການເຂົ້າຮ່ວມມອບຂອງ ສະຫາຍ ໃຈເພັດ ຄຳມະລີ ກຳມະການຄະນະປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆນາໝໍ້, ມີສະ
ຫາຍ ພັນໂທ ທອງວັນ ບຸນອີນນະໄຊ ຫົວໜ້າການທະຫານກອງບັນຊາການທະຫານ ເມືອງນາໝໍ້, ມີຄະນະພັກ-ຄະນະບັນຊາກົມກອງ, ພະແນກການກ່ຽວຂ້ອງ ແລະ ແຂກ
ຖືກເຊີນເຂົ້າຮ່ວມ.

     ໃນພິທີ ສະຫາຍ ສົມພັນ ພູມມີໄຊ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງໆນາໝໍ້ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງວ່າດ້ວຍການປະກອບ ລົດ
ກະບະ 4ປະຕູ , ຍີ່ຫໍ້ໂຕໂຍຕ້າໄຮລັກວີໂກ້ໃຫ້ກອງບັນຊາການທະຫານເມືອງນາໝໍ້ ເພື່່ອປະກອບສ່ວນເຂົ້າໃນວຽກງານລວມຂອງກົມກອງໃຫ້ມີຄວາມສະດວກສະບາຍຂຶ້ນ.

     ໂອກາດນີ້ ຫົວໜ້າການທະຫານກອງບັນຊາການທະຫານເມືອງນາໝໍ້ ກໍໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບໃນກົມກອງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່
ການຊ່ວຍເຫຼືອຂອງຫ້ອງວ່າການປົກຄອງເມືອງໃນຄັ້ງນີ້ທີ່ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຂອງໜ້າທີ່ວຽກງານຂອງກອງທັບໂດຍສະເພາະແມ່ນວຽກງານລວມ
ຂອງກອງບັນຊາການທະຫານ ເມືອງນາໝໍ້, ພ້ອມໃຫ້ຄຳໝັ້ນສັນຍາວ່າຈະນຳ ໃຊ້ເຂົ້າໃນໜ້າທີ່ວຽກງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຮັບ
ຜິດຊອບສູງເພື່ອນຳໃຊ້ໃຫ້ໄດ້ຍາວນານ.