ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮັດ​ວຽກງານ​ກໍ່ສ້າງ​ຮາກ​ຖານ​ດີ ພື້ນຖານ​ມີ​ຄວາມ​ສະຫງົບ


ສະຫາຍ ພັນຕີ ອຸໄທ ຄຸນລັບອາສາ ຄະນະປະຈໍາພັກເມືອງເລຂາຄະນະພັກຫົວໜ້າ ການເມືອງກອງບັນຊາການທະຫານເມືອງ ຕຸ້ມລານ

     ໂດຍປະຕິບັດ ແລະ ຜັນຂະຫຍາຍເນື້ອໃນຄຳສັ່ງເລກທີ 03/ກມສພ ວ່າດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ
ຮອບດ້ານຕິດພັນກັບ ການສ້າງທ່າສະໜາມສົງຄາມປະຊາຊົນສາມຂັ້ນ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ມະຕິກອງປະ
ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ມະຕິ V ຂອງອົງຄະນະພັກກອງບັນຊາການທະຫານ ແຂວງ ສາລະວັນ ກໍຄື 4 ໜ້າທີ່ໃຫຍ່
26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ບົນຈິດໃຈບຸກທະລຸຮັບປະກັນເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີສະຖຽນລະພາບ
ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ດັ່ງນັ້ນ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງຕຸ້ມລານ ຍາມໃດກໍເພີ່ມ
ທະວີບົດບາດການນຳພາ-ບັນຊາ ຕິດພັນກັບການຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ຢູ່ຂອບເຂດກົມກອງ ຮັບຜິດຊອບສາມາດຮັບປະກັນ ໃຫ້
ທ້ອງຖິ່ນມີຄວາມສະຫງົບປອດໄພໂດຍພີ້ື້ນຖານ.

     ສະຫາຍ ພັນຕີ ອຸໄທ ຄຸນລັບອາສາ ຄະນະປະຈໍາພັກເມືອງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະຫານເມືອງຕຸ້ມລານ ໄດ້ລາຍງານ
ໃຫ້ຮູ້ວ່າ: ໂດຍປະຕິບັດຄຳສັ່ງເລກ ທີ 03/ກມສພ ວ່າດ້ວຍ ການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບ
ການສ້າງທ່າສະໜາມສົງຄາມປະຊາຊົນສາມຂັ້ນ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່
ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ມີຮູບປະທຳຕົວ
ຈິງນັ້ນ, ຄະນະພັກ-ຄະນະບັນຊາ ພວກເຮົາ ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມ
ຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວທະຫານເມືອງ ໄດ້ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດ
ລະບຽບຂອງກອງທັບ, ເປັນເຈົ້າການເຄື່ອນໄຫວຕິດຕາມກວດກາເປົ້າໝາຍກຸ່ມຄົນບໍ່ຫວັງດີທີ່ຫວັງເຂົ້າມາກໍ່ຄວາມບໍ່ສະຫງົບ, ສ້າງໃຫ້ເກີດມີປາກົດການ
ຫຍໍ້ທໍ້ໃນສັງຄົມ ໂດຍໄດ້ຊີ້ນຳ ແລະ ມອບໝາຍ ໃຫ້ບັນດາຂະແໜງການ, ພະນັກງານຜູ້ທີ່ມີຄວາມຮູ້-ຄວາມສາມາດຫັນລົງກໍ່ສ້າງຮາກຖານການເມືອງ
ຂອບເຂດຄວາມຮັບຜິດຊອບຂອງກົມກອງ ຕາມມູນເຊື້ອອັນດີງາມຂອງກອງທັບ, ໝາຍວ່າກອງທັບ ກັບປະຊາຊົນ ຄືປາກັບນ້ຳ, ນຳພາຊ່ວຍເຫຼືອອຳນາດ
ການປົກຄອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເຮັດໃຫ້ອຳນາດການປົກຄອງ-ພໍ່ແມ່ປະຊາຊົນ ເຂົ້າຮ່ວມ
ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກາຍເປັນໜ້າທີ່ຂອງທົ່ວປວງຊົນຮອບດ້ານ, ນໍາພາປັບປຸງອົງການປົກຄອງທ້ອງຖິ່ນ, ປັບປຸງກຳລັງກອງ
ຫຼອນ, ກຳລັງສຳຮອງ, ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນເປັນກ້າວໆ, ຮາກຖານມີຄວາມສະຫງົບເຂັ້ມແຂງກວ່າເກົ່າ, ທັງເປັນການຕິດຕາມ
ສະພາບການດ້ານຕ່າງໆ ເປັນຕົ້ນ ແມ່ນໄພພິບັດທາງທຳມະຊາດ, ປາກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງສາມາດແກ້ໄຂໄດ້ທ່ວງທັນກັບເວລາ.

     ຜ່ານການເຄື່ອນໄຫວເຮັດໜ້າທີ່ສາມາດສ້າງຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 97 ຄອບຄົວ. ນອກນີ້ໄດ້ຊີ້ນຳແລະ ຊຸກຍູ້ພະນັກງານ-ສະມາຊິກພັກ
ແລະ ນັກຮົບທຸກສະຫາຍ ເພີ່ມທະວີບົດບາດການນໍາພາຂອງຕົນທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຂົ້າໃນການຊີ້ນຳ-ນໍາພາ ວຽກງານ ຂອງກົມກອງ
ເພື່ອນຳພາກົມກອງໃຫ້ມີທ່ວງທ່າ ຂະຫຍາຍຕົວ, ມີຄວາມ ເຂັ້ມແຂງໜັກແໜ້ນໃນທຸກດ້ານ ແລະ ມີປະສິດທິຜົນສູງ, ເຂົ້າໃຈແຈ້ງຕໍ່ ແນວທາງແຜນນະ
ໂຍບາຍຂອງ ພັກ-ລັດ, ຖືສຳຄັນການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.

     ນອກນັ້ນ, ໄດ້ຊີ້ນຳອົງການຈັດຕັ້ງມະຫາຊົນເຄື່ອນໄຫວຕາມພາລະບົດບາດຢ່າງແຂງແຮງ. ວຽກງານພະລາທິການໄດ້ສຸມໃສ່ວຽກງານ 4 ປູກ 4 ລ້ຽງ
ອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງ ຕາມທິດນຳທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນນັ້ນ, ປູກຜັກຊະນິດຕ່າງໆ
ເກັບກູ້ໄດ້ 350 ກິໂລ, ມີ ງົວລ້ຽງ 14 ໂຕ, ຂາຍອອກ 3 ໂຕ ໃນມູນຄ່າ 10 ລ້ານກວ່າກີບ, ລ້ຽງແບ້ 11 ໂຕ, ຂາຍອອກ 2 ໂຕ ມູນຄ່າ 1.400.000
ກີບ, ລ້ຽງໝູ 6 ໂຕ ຂາຍອອກ 4 ໂຕ ມູນຄ່າ 2.400.000 ກີບ ແລະ ລ້ຽງສັດປີກອີກຈໍານວນໜຶ່ງ.

     ໂດຍລາຍຮັບດັ່ງກ່າວໄດ້ນຳໃຊ້ເຂົ້າໃນວຽກງານປັບປຸງກົມກອງເປັນຕົ້ນແມ່ນ ພັດທະນາພື້ນຖານໂຄງລ່າງສະຖານທີ່ຄ້າຍຄູໃຫ້ມີຄວາມສະອາດຈົບ
ງາມ ແລະ ແໜ້ນໜາຖາວອນເທື່ອລະກ້າວ.