ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງ​ນາຍ​ສິບ​ເລກ 1 ​ເຜີຍ​ແຜ່​ເອກະສານ​ວຽກງານ​ການ​ເງີນ


ສະຫາຍ ພັນເອກ ສິລາວົງ ບຸນມີໄຊ ເປັນປະທານກອງປະຊຸມ

     ໃນວັນທີ 4 ມິຖຸນາ 2020 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ໄດ້ເຜີຍແຜ່ເອກະສານ ວຽກງານການເງິນ, ໂດຍການເປັນປະທານຂອງສະຫາຍ ພັນເອກ
ສິລາວົງ ບຸນມີໄຊ ຫົວໜ້າ ການເມືອງໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການ, ອົງການ 5 ຫ້ອງ, ກອງພັນນັກຮຽນ, ພະແນກການ, ພະນັກງານທີ່ ຮັບຜິດຊອບວຽກ
ງານດັ່ງກ່າວ ເຂົ້າຮ່ວມ.

     ສະຫາຍ ພັນໂທ ລັດສະໄໝ ດວງມະນີວົງ ຫົວໜ້າ ພະແນກການເງິນ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຂຶ້ນເຜີຍແຜ່ເອກະສານກ່ຽວກັບວຽກງານການເງິນເຊິ່ງ
ປະກອບມີຄື: ເອກະສານການຊຳລະສະສາງລາຍຈ່າຍເງິນເດືອນ, ເງິນບໍລິຫານປະຈຳເດືອນ, ງວດ ແລະ ປີ, ການປະກອບເອກະສານ, ກຳນົດເວລາ ຂໍລາຍຈ່າຍ ແລະ ຊຳ
ລະງົບປະມານຢູ່ກົມແຜນການ-ການເງິນ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ, ເອກະສານການຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນການຫັກອາກອນລາຍໄດ້
ເງິນເດືອນນາຍ ແລະ ພົນທະຫານໃນຂອບເຂດທົ່ວກອງທັບ, ເອກະສານການຈັດຕັ້ງປະຕິບັດມາດຕະການຄຸ້ມຄອງດ້ານລາຍ ຈ່າຍງົບປະມານບໍລິຫານ ປະຈຳ ປີ 2020
ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍລະບຽບການກໍ່ສ້າງ, ການຮັບ ແລະ ຍົກຍ້າຍສັບຊ້ອນພະນັກງານການເງິນໃນທົ່ວກອງທັບ. ທັງນີ້ກໍເພື່ອ
ເຮັດໃຫ້ບັນດານາຍ ແລະ ພົນທະຫານໄດ້ຮັບຮູ້ເຊື່ອມຊຶມ ແລະ ຫັນເຂົ້າສູ່ລະບຽບແບບແຜນ, ຫຼັກການດ້ານງົບປະມານມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມຫຼັກ
ການຂອງວຽກງານການເງິນ, ໃຫ້ມີຄວາມຮັບຜິດຊອບ​ໃນການປະຕິບັດຂໍ້ກຳນົດຕ່າງໆທີ່ກະຊວງວາງອອກ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານດັ່ງກ່າວດ້ວຍ
ຄວາມຮັບຜິດຊອບ ແລະ ມີປະສິດທິຜົນສູງ.