ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 11 ຫັດ​ແອບ​ຍິງ​ເປົ້າໝາຍດ້ວຍລູກປືນແທ້ໃຫ້ທະຫານໃໝ່


ເປີດບັ້ນອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ແກ່ທະຫານໃໝ່

     ໃນວັນທີ 7 ມິຖຸນາ ນີ້, ກອງພັນໃຫຍ່ 11 ໄດ້ເປີດບັ້ນອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ແກ່ທະຫານໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງ ສະ
ຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າ ການທະຫານ ກອງພັນໃຫຍ່
11 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ທະຫານໃໝ່ເຂົ້າຮ່ວມ.

     ການອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້, ກໍເພື່ອເຮັດໃຫ້ທະຫານໃໝ່ ກຳແໜ້ນທິດສະດີຫຼັກການປະກອບສ້າງຂອງອາວຸດຍຸດໂທປະກອນ, ທັງ
ເຮັດໃຫ້ມີຄວາມຊຳນານຄ່ອງແຄ້ວ, ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງ, ພ້ອມນີ້ ກໍເປັນການຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານສິລະ
ປະຍຸດ-ຍຸດທະວິທີ ແລະ ບາດກ້າວເຄື່ອນໄຫວສູ້ຮົບ ໃນສະໜາມເຝິກແອບກໍຄື ສະໜາມຮົບຕົວຈິງ, ເຊິ່ງການອົບຮົມ-ຫັດແອບ ແມ່ນຈະດຳເນີນໄປເປັນເວລາ 4 ວັນ
ຈຶ່ງຈະສຳເລັດ, ໂອກາດນີ້, ຍັງໄດ້ຮັບຊົມການສະແດງລະບຽບຮູບແຖວ, ແທງກະບີ່ 4 ທິດ, ຫັດກາຍມວຍ 16 ຈັງຫວະ, ບົດຈັ້ງທ່າ ແລະ ບົດບຸກຕີກາງເວັນຂອງທະ
ຫານໃໝ່ ດັ່ງກ່າວອີກດ້ວຍ.

     ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າ ການທະຫານ ກອງພັນໃຫຍ່ 11 ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນໍາ ກໍຄືທະຫານໃໝ່ທີ່ໄດ້ເອົາໃຈໃສ່ອົບ
ຮົມ-ຫັດແອບທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໃຫ້ແຕ່ລະ ສະຫາຍ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການ
ອົບຮົມ-ຫັດແອບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເພີ່ມທະ
ວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນປະຕິບັດແຜນການອົບຮົມ-ຫັດແອບໃຫ້ສໍາເລັດຕາມແຜນການ ແລະ ໄດ້ຮັບຜົນສູງ.