ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ເສນາ​ທິການ ທະຫານ​ແຂວງ​ເຊ​ກອງ
ຫວນ​ຄຶ​ນມູນ​ເຊື້ອ​ວັນ​ສ້າງ​ຕັ້ງ​ກອງທັບ ຄົບຮອບ 71 ປີ


ສະຫາຍ ພັນ​ໂທ ຫຼອດ ນັນທະ​ວົງ ​ໃຫ້ກຽດ​ເປັນ​ປະທານ

     ໃນວັນທີ 6 ກຸມພາ ນີ້, ຫ້ອງເສນາທິການ ທະຫານແຂວງ ເຊກອງ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ. ໂດຍການ
ປາຖະກະຖາຂອງ ສະຫາຍ ພັນໂທ ຫຼອດ ນັນທະວົງ ຫົວໜ້າ ຫ້ອງເສນາທິການທະຫານແຂວງ ດັ່ງກ່າວ, ມີຄະນະຫ້ອງ, ພະແນກການ, ພ້ອມດ້ວຍພະນັກງານ-ນັກຮົບເຂົ້າ
ຮ່ວມຮັບຟັງ.

     ໂອກາດນີ້, ສະຫາຍ ພັນໂທ ຫຼອດ ນັນທະວົງ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບຍາດມາ
ໄດ້ຕະຫຼອດ 71 ປີ ຜ່ານມາ, ເຊິ່ງນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ເພື່ອປົກປັກ
ຮັກສາປະເທດຊາດ. ແຕ່ດ້ວຍນໍ້າໃຈຮັກຊາດ ເດັດດ່ຽວໜຽວແໜ້ນ ກອງທັບກໍໄດ້ຕໍ່ສູ້ຢ່າງອົງອາດກ້າຫານ, ລະອິດລະອ້ຽວ, ຍືດເຍື້ອຍາວ ນານຈົນສາມາດຍາດໄດ້ໄຊຊະ
ນະເປັນກ້າວໆມາ ແລະ ສາມາດສະຖາປະນາ ສປປ ລາວ ຢ່າງສົມ ບູນໃນວັນທີ 2 ທັນວາ 1975. ຈາກນັ້ນມາກອງທັບ ກໍໄດ້ເຮັດໜ້າທີ່ເປັນກຳລັງຫຼັກແຫ່ງໃນການ ປົກ
ປັກຮັກສາປະເທດຊາດ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

     ພ້ອມດຽວກັນນັ້ນ, ກໍໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການທະຫານແຂວງ ເຊກອງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍພັກທີ 7 ທີ່ຂຶ້ນກັບຄະນະພັກຮາກ
ຖານຫ້ອງເສນາທິ ການ, ໃນນັ້ນ ໄດ້ແຕ່ງຕັ້ງສະຫາຍ ພັນຕີ ຄໍາເພັດ ສິນລາວົງ ເປັນເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກບົວຄຳ ນັນທະວົງ ເປັນຮອງເລຂາໜ່ວຍພັກ ແລະ
ສະຫາຍ ຮ້ອຍເອກ ສອນໄຊ ເກດເກສອນ ເປັນກຳມະການໜ່ວຍພັກ, ພ້ອມທັງໄດ້ມອບບັດໃຫ້ສະມາຊິກພັກສົມບູນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນທົ່ວຫ້ອງເສນາທິ
ການຈໍານວນ 30 ສະຫາຍອີກດ້ວຍ.