ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໜ້າທີ່​ຫົວໜ້າ ​ແລະ ຮອງ​ຫົວໜ້າ ພະ​ແນ​ກຢູ່​ຫ້ອງການ​ເມືອງ​ທະຫານ​ແຂວງ​ອຸດົມ​ໄຊ


ສະຫາຍ ພັນໂທ ທອງພັນ ໄຕພົນສະຫວັນ ​ເປັນ​ປະທານ​ກອງ​ປະຊຸມ

     ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າ ພະແນກຊາວໜຸ່ມ ແລະ ຮອງຫົວໜ້າ ພະແນກປະກັນສັງຄົມຫ້ອງການເມືອງທະຫານແຂວງອຸດົມໄຊ. ໄດ້ຈັດຂຶ້ນໃນວັນທີ 6 ກັນ
ຍາ ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ທອງພັນ ໄຕພົນສະຫວັນ ຄະນະພັກ, ຮອງຫົວໜ້າ ຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາກົມກອງ ແລະ ຫົວໜ້າ ພະ
ແນກການກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີທັງສອງພະແນກການໄດ້ຂຶ້ນຜ່ານບົດສະຫຼຸບມອບ-ຮັບວຽກງານການຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານພາຍໃນພະແນກຂອງຕົນໃນໄລຍະ
ຜ່ານ, ເຊິ່ງມີຫຼາຍບັນຫາທີ່ເຮັດສຳເລັດຜົນເປັນຢ່າງດີ ແລະ ຍັງມີບາງບັນຫາທີ່ຈະຕ້ອງສືບຕໍ່ປະຕິບັດໃຫ້ປະສົບຜົນສຳເລັດຕາມການມອບໝາຍຂອງຂັ້ນເທິງ. ໃນພິທີ ທັງ
ສອງພະແນກການກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.