ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະວິຊາຄູພາສາຣັດເຊຍ ວປກ ຈັດຕັ້ງສອບເສັງປະຈຳພາກຮຽນ I ສົກ​ປີ 2019 – 2020


ຈັດ​ຕັ້ງ​ສອບ​ເສັງ​ພາສາຣັດ​ເຊຍ ຢູ່ ວປກ

     ໃນຕອນເຊົ້າຂອງ ວັນທີ 6 ມັງກອນ 2020 ຢູ່ທີ່ຫ້ອງຮຽນພາສາຣັດເຊຍ ວິທະຍາຄານປ້ອງ ກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງພິທີສອບເສັງປະຈຳພາກຮຽນທີ I
ຂຶ້ນ. ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ພວງນຸສີດ ນັນທະວົງ ຫົວໜ້າ ຄະນະວິຊາຄູພາສາຣັດເຊຍ. ມີຄະນະຄູ-ອາຈານ ລາວ-ຣັດເຊຍ ທີ່ສອນພາສາຣັດເຊຍ, ພ້ອມ
ດ້ວຍບັນດາອານຸກຳມະການກວດກາຫ້ອງສອບເສັງ ແລະ ນັກສອບເສັງເຂົ້າຮ່ວມ.

     ການຈັດຕັ້ງສອບເສັງພາກຮຽນທີ I ຂອງນັກສຶກສາພາສາຣັດເຊຍ ວປກ ໃນຄັ້ງນີ້ແມ່ນຈະໄດ້ເລີ່ມທຳການສອບເສັງໃນລະຫວ່າງວັນທີ 6-14 ມັງກອນ 2020 ນີ້ໃຫ້
ສຳເລັດ. ໂດຍແມ່ນລະບົບ 3 ປີທີ່ໄດ້ທຳການສອບເສັງຄື: ປີທີ 1 ມີຈຳນວນພົນເຂົ້າສອບເສັງທັງໝົດ 20 ສະຫາຍ, ສອບເສັງ 3 ວິຊາຮຽນຄື: ການ ຜັນສຽງ (ອອກສຽງ),
ພາສາຣັດເຊຍທົ່ວໄປ ແລະ ໄວຍາກອນພາສາຣັດເຊຍ. ປີທີ 2 ມີທັງໝົດ 20 ສະຫາຍ, ສອບເສັງ 4 ວິຊາຮຽນຄື: ພາສາຣັດເຊຍທົ່ວໄປ, ການສົນທະນາ, ໄວຍາກອນພາ
ສາຣັດເຊຍ ແລະ ທິດສະດີການແປ. ປີທີ 3 ມີຈຳນວນພົນທັງໝົດ 18 ສະຫາຍ. ສອບເສັງ 4 ວິຊາຮຽນຄື: ພາສາຣັດເຊຍທົ່ວໄປ, ພາສາຣັດເຊຍສຳລັບການທ່ອງທ່ຽວ,
ຄວາມຮູ້ທົ່ວໄປກ່ຽວກັບພາສາຣັດເຊຍ ແລະ ພາສາວັນນະຄະດີຣັດເຊຍ. ການສອບເສັງໃນປີນີ້ແມ່ນຄະນະຄູ-ອາຈານຣັດເຊຍເປັນຜູ້ສິດສອນ ແລະ ທຳການສອບເສັງດ້ວຍ
ຕົນເອງ, ເພື່ອໃຫ້ໄດ້ປະລິມານ ແລະ ຄຸນນະພາບຕາມລະດັບຄາດໝາຍ.